ພຽງຢາງຮຽກຮ້ອງຢຸດຕິການກະທຳເປັນປໍລະປັກດ້ານການທະຫານໃນແຫຼມເກົາຫຼີ

ພຽງຢາງຮຽກຮ້ອງຢຸດຕິການກະທຳເປັນປໍລະປັກດ້ານການທະຫານໃນແຫຼມເກົາຫຼີ - ảnh 1
ຜູ້ນຳ ສ.ປ.ປ.ເກົາຫຼີ ກິມຢົງອຸນ

(vovworld)- ວັນ​ທີ 23/1, ສປປ​ເກົາຫຼີສືບ​ຕໍ່​ຮຽກຮ້ອງ​ໃຫ້​ສ້າງສັນ​ຕິ​ພາບ, ການ​ໄກ່ເກ່ຍປອງ​ດອງ​ກັບ ສ.​ເກົາຫຼີ ຂະນະ​ທີ່​ໄດ້​ກະຕຸກ​ຊຸກຍູ້ ສປປ​ເກົາຫຼີ ຢຸດຕິ​ບັນດາ​ການ​ກະທຳ​ເປັນ​ປໍ​ລະ​ປັກ​ດ້ານ​ການ​ທະຫານ​ໃນ​ແຫຼມ​ເກົາຫຼີ. ຄຳ​ຮຽກຮ້ອງ​ທີ່​ຫຼ້າ​ສຸດ​ໄດ້​ຖືກ​ຍັກ​ອອກ​ມາ​ມນຈົດໝາຍ​ສະບັບ​ໜຶ່ງ​​ໂດຍ​ຄະນະ​ກຳມະການ​ປ້ອງ​ກັນຊາ​ດ​ແຫ່ງ​ລັດ ສປປ​ເກົາຫຼີ ສົ່ງ​ເຖິງ​ການ​ນຳ​ປະ​ເທດສ.​ເກົາຫຼີ. ​ເນື້ອ​ໃນ​ຂອງ​ຈົດໝາຍ​ໄດ້​ຊີ້​ແຈ້ງວ່າ ສິ່ງ​ສຳຄັນ​ເພື່ອ​ເປີດ​ກ້ວາງ​ເສັ້ນທາງ​ກ້າວ​ໄປ​ສູ່​ການ​ປັບປຸງ​ການ​ພົວພັນ​ລະຫວ່າງ 2 ພາກ​ເກົາຫຼີ ​ແມ່ນ​ຕ້ອງ “ກ້າຫານ​ຕັດສິນ” ​ເພື່ອ​ຢຸດຕິບັນດາ​ການ​ກະທຳ​ເປັນ​ປໍ​ລະ​ປັກ​ດ້ານ​ການ​ທະຫານ, ຜ່ານ​ຜ່າ​ຮົ້ວ​ກີດຂວາງ​ໃຫຍ່ ນັ້ນ​ແມ່ນ​ການ​ສູ້​ຢັນ​ກັນ ​ແລະ ລະ​ແວງ​ສົງ​ໄສ​ຊຶ່ງ​ກັນ​ແລະ​ກັນ.

  ອາທິດ​ແລ້ວ​ນີ້, ສປປ​ເກົາຫຼີ​ໄດ້ຮຽກຮ້ອງ​ໃຫ້​ສ້າງສັນ​ຕິ​ພາບ​ກັບ ສ.​ເກົາຫຼີ, ສະ​ເໜີ​ໃຫ້​ຢຸດຕິ “ ທຸກ​ການ​ກ່າວ​ໂຈມ​ຕີ ​ແລະ ການ​ກະທຳ​ເກາະ​ຜິດ”, ພ້ອມ​ທັງ​ຮຽກຮ້ອງ​ເຊີ​ອູ​ນລົບ​ລ້າງ​ການ​ຊ້ອມ​ຮົບ​ຮ່ວມ​ກັບ​ອາ​ເມ​ລິ​ກາ​ໃນລະຫວ່າງ​ທ້າຍ​ເດືອນ​ກຸມພາ​ຫາ​ເມສາ​ທີ່​ຈະ​ເຖິງ. ​ແຕ່ ສ​ເກົາຫຼີ​ໄດ້​ປະ​ເສດ​ຄຳ​ສະ​ເໜີ​ນີ້ ​ແລະ ຖື​ວ່າ​ພຽງ​ຢາງ​ຄວນ​ມີ​ການ​ກະທຳ​ຕົວ​ຈິງ​ເພື່ອ​ກ້າວ​ເຖິງ​ການ​ສ້າງ​ແຫຼມ​ເກົາຫຼີປອດ​ນິວ​ເຄຼຍ.

   

ຂ່າວ/ບົດ​ອື່ນ