ຟິລິບປິນແລະອາເມລິກາເພີ່ມທະວີຈຳນວນທະຫານເຂົ້າຮ່ວມການຊ້ອມຮົບຮ່ວມປະຈຳປີ

ຟິລິບປິນແລະອາເມລິກາເພີ່ມທະວີຈຳນວນທະຫານເຂົ້າຮ່ວມການຊ້ອມຮົບຮ່ວມປະຈຳປີ - ảnh 1
ການ​ຊ້ອມ​ຮົບ “Balikatan” ປີ 2013
(ພາບ: AFP)

(vovworld) – ​ວັນ​ທີ 6/4, ໂຄ​ສົກ​ຂອງ​ກຳ​ລັງ​ປະ​ກອ​ບ​ອາ​ວຸດ ຟິ​ລິບ​ປິນ, ພັນ​ຕີ Harold Cabunoc, ໃຫ້​ຮູ້​ວ່າ: ທະ​ຫານ​ຂອງ​ປະ​ເທດນີ້ ແລະ ອາ​ເມ​ລິ​ກາ​ ກ່​ວາ 11.500 ຄົນ​ຈະ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ປະ​ຈ​ຳ​ປີ​ທີ່​ມີ​ຊື່​ວ່າ “Balikatan” (ຮຽງ​ບ່າ​ຮຽງ​ໄຫຼ່), ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ລະ​ຫວ່າງວັນ​ທ​ີ 20 – 30/4. ຕາມ​ ພັນ​ຕີ Harold Cabunoc ແລ້ວ, ການ​ຊ້ອມ​ຮົບ​ປີນີ້​ຖືກ​ດຳ​ເນີນ​ໄປ​ດ້ວຍ​ຂອ​ບ​ຂະ​ໜາດ​ໃຫຍ່​ກ່​ວາ, ມັນ​​ເປັນ​ການສ່ອງ​ແສງ​ເຖິງ “ຄຳ​ໝັ້ນ​ສັນ​ຍາ​ທີ່​ນັບ​ມື້​ນັບ​ແຂງ​ແຮງ​ຂອງ​ທັງ 2 ປະ​ເທດ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ ແລະ ປອດ​ການ​ທະ​ຫານ​ຮ່ວມ”. ຈ​ຳ​ນວນ​ທະ​ຫານ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ “Balikatan” ປ​ີ​ນີ້ຫຼາຍ​ທົບ 2 ເທົ່າ​ເມື່ອ​ທ​ຽບ​​ໃສ່ປີ​ກ່ອນ. ນອກ​ຈາກນັ້ນ, ອົດ​ສະ​ຕາ​ລີ ກໍ່​ໄດ້​ສົ່ງ​ທະ​ຫານ 61 ຄົນ ແລະ ເຮືອ​ບິນ​ການ​ທະ​ຫານ​ລຳ​ໜຶ່ງ​ເຂົ້າ​ຮ່ວມ​ການ​ຊ້ອ​ມ​ຮົບ​ປີ 2015 ນີ້.

        “Balikatan” ແມ່ນ​ການ​ຊ້ອ​ມ​ຮົບ​ຮ່ວມ​ປະ​ຈຳ​ປີ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຟິ​ລິບ​ປິນ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ສາ​ມາດກຽມ​ພ້ອມ​ຕໍ່​ສູ້​ຂອງ​ກຳ​ລັງ ຟິ​ລິບ​ປິນ ກໍ່​ຄື​ຄວາມ​ສາ​ມາດ​ຮັບ​ມື​ລະ​ຫວ່າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ 2 ປະ​ເທດ​ສຳ​ພັດ​ທະ​ມິດ.

 


ຂ່າວ/ບົດ​ອື່ນ