ມົດສະກູ: ສປປ.ເກົາຫຼີບໍ່ແມ່ນເປົ້າໝາຍໄດ້ຮັບການປົກປ້ອງຕໍ່ໜ້າການບຸກໂຈມຕີນິວເຄຼຍຂອງລັດເຊຍ

(VOVWORLD) -ວັນທີ 05 ມີນາ, ສຳນັກຂ່າວສານ RIA ໄດ້ຄັດຄຳເວົ້າຂອງທ່ານຮອງປະທານສະພາສູງ ລັດເຊຍ Ilyas Umakhnov ຖະແຫຼງວ່າ, ສປປ.ເກົາຫຼີ ບໍ່ນອນໃນຈຳນວນພັນທະມິດເຊິ່ງມົດສະກູ ຕ້ອງປົກປ້ອງຕໍ່ໜ້າການບຸກໂຈມຕີດ້ານນິວເຄຼຍ ໂດຍປະເທດທີ 3 ປຸກລະດົມ.
ມົດສະກູ: ສປປ.ເກົາຫຼີບໍ່ແມ່ນເປົ້າໝາຍໄດ້ຮັບການປົກປ້ອງຕໍ່ໜ້າການບຸກໂຈມຕີນິວເຄຼຍຂອງລັດເຊຍ - ảnh 1 (ພາບປະກອບ: Reuters)

 ທ່ານ Umakhnov ໃຫ້ຮູ້ວ່າ: ເປົ້າໝາຍທີ່ໄດ້ຮັບການປົກປ້ອງຂອງລັດເຊຍ ຕ້ອງມີການພົວພັນສຳພັນທະມິດເປັນທາງການກັບມົດສະກູ ຜ່ານການລົງນາມໃນບັນດາສົນທິສັນຍາສາກົນ, ລວມມີບັນດາປະເທດສະມາຊິກຂອງອົງການສົນທິສັນຍານປ້ອງກັນຄວາມສະຫງົບລວມໝູ່ (CSTO) ແລະ ບາງປະເທດອື່ນໆ. ທ່ານຮອງປະທານສະພາສູງລັດເຊຍ Umakhnov ໄດ້ຊີ້ອອກວ່າ ມົດສະກູ ບໍ່ເຄີຍລົງນາມບໍ່ວ່າໃນສົນທິສັນຍາໃດໆກັບພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ