ມື້ທຳອິດຂອງການເລືອກ ຕັ້ງປະທານາທິບໍດີ ອີຢີບໄດ້ດຳເນີນໄປ ດ້ວຍດີ


ມື້ທຳອິດຂອງການເລືອກ ຕັ້ງປະທານາທິບໍດີ ອີຢີບໄດ້ດຳເນີນໄປ ດ້ວຍດີ - ảnh 1

ຜູ້​ມີ​ສິດ​ເລືອກ​ຕັ້ງ​ປ່ອນ​ບັດ​ຢູ່​ອີ​ຢີບ

(ພາບ: Hoàng Chiến/TTXVN)

 (vovworld)- ​ ຕອນ​ຄ່ຳ​ວັນ​ທີ 26/5 ຕາມ​ເວລາ​ທ້ອງ​ຖິ່ນ, ​ ​ມື້​ທຳ​ອິດ​ໃນ​ວິວັດ​ການ​ເລືອກ​ຕັ້ງປະທານາທິບໍດີ​ຢູ່ອີ​ຢີບ ໄດ້​ສິ້ນ​ສຸດລົງ. ຕາມ​ການ​ຕີ​ລາຄາ​ໃນ​ເບື້ອງ​ຕົ້ນ, ວິວັດ​ການ​ດັ່ງກ່າວ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ດີ ດ້ວຍ​ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າຮ່ວມ​ເປັນ​ຈຳນວນ​ຫຼາຍ ​ແລະ ​ເປັນ​ລະບຽບ. ພິ​ເສດ, ບໍ່​​ເກີດ​ການ​ບຸກ​ໂຈມ​ຕີທີ່​ຮ້າຍ​ແຮງຄັ້ງ​ໃດ ​ແນ​ໃສ່​ສະຖານ​ທີ່​ປ່ອນ​ບັດ. ​ແຕ່​ເຖິງ​ແນວ​ນັ້ນກໍ່ຕາມ, ຢູ່​ບາງ​ທ້ອງ​ຖິ່ນ, ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ການ​ເລືອກ​ຕັ້ງ ​ແລະ ການ​ປະ​ທະ​ກັນ​​ຂະໜາດ​ນ້ອຍລະຫວ່າງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົ​ບຍັງ​ເກີດ​ຂຶ້ນ​ຢູ່​. ສື່​ມວນ​ຊົນ​ອີ​ຢີບ ຢັ້ງຢືນ​ວ່າ: ມື້​ທຳ​ອິດ​ຂອງ​ການ​ປ່ອນ​ບັດ​ໄດ້​ປະສົບ​ຜົນສຳ​ເລັດ ​ແລະ ການ​ເລືອກ​ຕັ້ງ​ໄດ້ກາຍ​ເປັນວັນ​ບຸນ​ຂອງ​ປະຊາຊົນ​ປະ​ເທດ​ນີ້​ຢ່າງ​ແທ້​ຈິງ.

 

ຂ່າວ/ບົດ​ອື່ນ