ມອບຂອງຂວັນປີໃໝ່ ໃຫ້ແກ່ນັກຮົບຢູ່ ໝູ່ເກາະ ເຈື່ອງຊາ

ມອບຂອງຂວັນປີໃໝ່ ໃຫ້ແກ່ນັກຮົບຢູ່ ໝູ່ເກາະ ເຈື່ອງຊາ - ảnh 1
( ພາບ: http://biengioilanhtho.gov.vn)

ໃນ​​​ໃນ​ວັນ​ທີ 22 ​ແລະ 23  ທັນວາ, ຄະນະ​ປະຕິບັດ​ງານ​ລວມມີ​ພະນັກງານ, ນັກຮົບສັງກັດ​ກໍ່າ​ປັ່ນ HQ 996 ​ໄດ້​ໄປຢ້ຽມຢາມ, ອວຍພອນ​ປີ​ໃໝ່ ​ແລະ ມອບ​ຂອງຂວັນ​ບັນດາ​ນັກຮົບ​​ເຊິ່ງພວມ​ປະຕິບັດ​ໜ້າ​ທີ່ຢູ່​ໝູ່​ ດ໋ານາມ ​ແລະ ດ໋າທິ, ໝູ່​ເກາະ ​ເຈື່ອງ​ຊາ. ນຳ​ເຄື່ອງ​ຂອງ​ຮັບ​ໃຊ້​ບຸນປີ​ໃໝ່​ປະຈຳ​ຊາດ​ 2012 ​ເຊິ່ງອຳນາດ​ການ​ປົກຄອງ ​ແລະ ປຊຊ ​ໃນ​ທົ່ວ​ປະ​ເທດ​ມອບ​ໃຫ້​ບັນດາ​ນັກຮົບ, ພັນ​ເອກ ຫງວຽນ​ດຶກ​ເວື້ອງ, ຮອງ​ກຳມະການ​ການ​ເມືອງ​ກອງ​ບັນຊາ​ການ​ທະຫານ​ເຂດ 4 ​ໄດ້​ສະ​ດງຄວາມ​ເຊື້ອ​ໝັນ​ວ່າ ພະນັກງານ, ນັກຮົບ​ໃນ​ໝູ່​ເກາະ​ຍາມ​ໃດ​ກໍ່ສາມັກຄີ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ  ​ເຮັດສຳ​ເລັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ .

“ ມາ​ຮອດ​ຈຸດ​ເວລາ​ນີ້, ຄະນະ​ປະຕິບັດ​ງານ​ໄດ້​ໄປ​ຮອດ​ເກາະບາງ​ແຫ່ງ. ​ແລະ ສິ່ງ​ທີ່​ຝັງ​ເລີກ​ໃນ​ດວງ​ໃຈ​ຂອງ​ທຸກ​ຄົນ​ໃນ​ຄະນະນັ້ນ​ແມ່ນ​ຈິດ​ໃຈ, ​ເຈດ​ຈຳນົງ​ຕັດສິນ​ໃຈຂອງ​ທະຫານ ​ແລະ ປຊຊ ​ເມືອງ​ເກາະ ​ເຈື່ອງ​ຊາ, ພວມສາມັກຄີ​ເປັນ​​ຈິດ​ໜື່ງ​ໃຈ​ດຽວ​ຜ່ານ​ຜ່າ​ທຸກຄວາມ​ຫຍຸ້ງຍາກ​ເພື່ອ​​ເຮັດສຳ​ເລັດ​ໜ້າ​ທີ່​ເຊິ່ງພັກ, ລັດ ​ແລະ ປຊຊ ມອບ​ໝາຍ​ໃຫ້ ” ​.

ຂ່າວ/ບົດ​ອື່ນ