ມອບລາງວັນ Kovalevskaia ໃຫ້ນັກວິທະຍາສາດແມ່ຍິງສອງຄົນ

ມອບລາງວັນ Kovalevskaia ໃຫ້ນັກວິທະຍາສາດແມ່ຍິງສອງຄົນ - ảnh 1
ລາງວັນ Kovalevskaia ​ໄດ້​ມອບ​ໃຫ້ນັກວິທະຍາສາດ​ຍິງສອງ​ຄົນ
( ພາບ: baodientu.chinhphu.vn )


( vovworld ) -   ຕອນເຊົ້າວັນທີ 3/3, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມ ໄດ້ຈັດຕັ້ງພິທີມອບ​ລາງວັນ Kovalevskaia ມອບ​ຊາຍ​ຄາ​ແຫ່ງ​ຄວາມ​ຮັກ, ທຶນ​ສຶກສາ​ໃຫ້​ແກ່ນັກຮຽນຜ່ານຜ່າຄວາມຫຍຸ້ງຍາກ. ກ່າວຄຳເຫັນທີ່ພິທີ, ທ່ານ ໂຫງວັນຢຸ, ຫົວໜ້າຄະນະກຳມະການກວດກາສູນກາງພັກໄດ້ຢືນຢັນວ່າ,ໃນຊຸມປີຜ່ານມາແມ່ຍິງ ຫວຽດນາມ ດ້ວຍຄຸນນະ​ທາດ ​ແລະ ມູນ​ເຊື້ອ​ອັນ​ດີ​ງາມ, ​ໄດ້​ສະ​ແດງ​ຈິດ​ໃຈ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ກ້າ​ຄິດ​ກ້າທຳ, ປະຕິບັດສຳ​ເລັດ​ໜ້າ​ທີ່​ທີ່​ໄດ້ຮັບ​ມອບ​ໝາຍ​​ເປັນ​ຢ່າງ​ດີ. ລາງວັນ Kovalevskaia ​ໄດ້​ມອບ​ໃຫ້ນັກວິທະຍາສາດ​ຍິງສອງ​ຄົນ​ທີ່​ມີ​ຜົນງານ​ທີ່​ດີ​ເດັ່ນ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ​ທຳ​ມະ​ຊາດ. ທ່ານ ໂຫງວັນຢຸ ​ໄດ້​ເນັ້ນ​ໜັກ​ວ່າ.

“ ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເອກອ້າງ​ທະ​ນົງໃຈ, ​ເຊີດ​ຊູການອຸ​ທິດ​ສ່ວນ, ​ແບບຢ່າງ​ທີ່ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ມີ​ພູມ​ປັນຍາ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ແມ່ຍິງ​ໃນ​ການຄົ້ນຄວ້າ, ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໃນ​ທຸກໆ​ຂົງ​ເຂດ. ການອຸທິດ​ສ່ວນ​ເຫຼົ່ານັ້ນໄດ້​ຢືນຢັນ​ບາດກ້າວ​ພັດທະນາ​ໃໝ່​ກ່ຽວ​ກັບ​ຄຸນ​ນະພາ​ບຂອງ​ຜູ້​ຍິງ ​ແລະ ບົດບາດຄວາມ​ສະ​ເໝີ​ພາບ​ຂອງ​ແມ່ຍິງ​ໃນ​ການ​ເຄື່ອນ​ໄຫວ​ທຸກ​ດ້ານຂອງ​ຊີວິດ​ສັງຄົມ. ພັກ ​ແລະ ລັດ ຍາມ​ໃດ​ກໍ​ຮັບ​ຮູ້​ບັນດາ​ການ​ປະກອບ​ສ່ວນ​ອັນໃຫຍ່​ຫຼວງ​ຂອງ​ແມ່ຍິງ​ຫວຽດນາມ ​ແລະ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ທຸກໆ​ດ້ານ​ ເພື່ອ​ໃຫ້​ແມ່ຍິງ​ເສີມຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນຫົວຄິດ​ປະດິດ​ສ້າງ​ຂອງ​ຕົນ​ຫຼາຍກ່ວາ​ອີກ. ພັກ, ລັດ ປາດ​ຖະໜາ​ ​ແລະ ​ເຊື້ອ​ໝັ້ນວ່າ​ ນັບ​ມື້​ນັບ​ມີ​ແມ່ຍິງ​ຫຼາຍ​ຄົນ​ໄດ້​ຮັບ​ການເຊີດ​ຊູ ​ແລະ ອຸທິດ​ສ່ວນ​ຫຼາຍ​ກວ່າ​ໃຫ້​ແກ່ການ​ພັດທະນາ​ປະ​ເທດ​ຊາດ​.”

ຂ່າວ/ບົດ​ອື່ນ