ມອບລາງວັນໃຫ້ບັນດາບົດຂຽນກ່ຽວກັບຫົວຂໍ້ “ຮຳ່ຮຽນ, ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ”

ມອບລາງວັນໃຫ້ບັນດາບົດຂຽນກ່ຽວກັບຫົວຂໍ້ “ຮຳ່ຮຽນ, ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ” - ảnh 1
ສະມາຄົມນັກປະພັນວັນນະຄະດີ ໄດ້ຈັດຕັ້ງພິທີມອມລາງວັນໃຫ້ບັນດາບົດທີ່ດີເດັ່ນ
(ພາບ: baomoi.com)

(vovworld) - ວັນ​ທີ 13/5, ຢູ່ ຮ່າ​ໂນ້ຍ, ສະມາຄົມ​ນັກ​ປະພັນ​ວັນນະຄະດີ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ໃຫ້​ບັນດາ​ບົດ​ຂຽນ​ທີ່​ດີ​ເດັ່ນ ຕອບ​ສະໜອງ​ບັ້ນ​ຂົນຂວາຍ​ປະດິດຄິດ​ແຕ່ງ, ​ໂຄສະນາ​ເຜີຍ​ແຜ່​ບັນດາ​ບົດປະພັນ​ວັນນະ​ຄະດີ​ສິລະ​ປະ, ບົດ​ໜັງສືພິມ​ທີ່​ມີ​ຫົວ​ຂໍ້ “ຮຳ່ຮຽນ, ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິ​ນ”. ນັກ​ກະວີ ຫິ້ວຖິງ, ປະທານ​ສະມາຄົມ​ນັກ​ປະພັນ​ວັນນະຄະດີ ຫວຽດນາມ ​ໃຫ້​ຮູ້​ວ່າ: ບັ້ນ​ຂົນຂວາຍ​ປະດິດ​ຄິດແຕ່ງ, ​ໂຄສະນາ​ເຜີຍ​ແຜ່​ບົດປະພັນວັນນະຄະດີ​ສິລະ​ປະ, ບົດໜັງສືພິມ​ຂຽນ​ກ່ຽວ​ກັບ​ຫົວ​ຂໍ້ “ຮຳ່ຮຽນ, ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິ​ນ” ຄັ້ງ​ທີ 3 ​ໄດ້​ຮັບ​ການ​ປຸກລະດົມ​ດ້ວຍ​ຄວາມ​ຮຽກຮ້ອງຕ້ອງການຢ່າງ​ສູງ​ກ່ວາ, ​ໃໝ່​ອຽມ​ກ່ວາ ​ແລະ ​ເລິກ​ເຊິ່ງກ້ວາງ​ຂວາງ​ກວ່າ 2 ຄັ້ງ​ກ່ອນ. ພ້ອມກັບ​ບັນດາ​ລາງວັນ​ລະດັບ​ຊາດ, ຄະນະ​ຊີ້​ນຳ​ບັ້ນ​ຂົນຂວາຍ​ຢູ່​ຂັ້ນ​ສູນ​ກາງ​ໄດ້​ແບ່ງ​ຂັ້ນ​ໃຫ້​ບັນດາ​ຂະ​ແໜງ​ການ, ທ້ອງ​ຖິ່ນທັງ​ເຮັດ​ໜ້າ​ທີ່​ໃຫ້ຄະແນນ, ທັງ​​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ບົດປະພັນ​ບັນລຸ​ຄວາມ​ຕ້ອງການ​ຂອງຂັ້ນ​ຕົນ. ເປັນຄັ້ງ​ທຳ​ອິດ​ຈັດ​ຕັ້ງ​ການ​ມອບ​ລາງວັນ​ໃຫ້​ບັນດາ​ບົດ​ຂຽນ​ທີ່​ດີ​ເດັ່ນ, ສະມາຄົມ​ນັກ​ປະພັນ​ວັນນະຄະ​ດີ ຫວຽດນາມ ​ໄດ້​ເລືອກ​ເຟັ້ນ 4 ​ໃນ​ຈຳນວນ 40 ບົດປະພັນ​ເພື່ອ​ຍ້ອງ​ຍໍ​ຊົມ​ເຊີຍ.

 

ຂ່າວ/ບົດ​ອື່ນ