ມອບຫຼຽນກາລະນຶກໃຫ້ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 05 ເມສາ ທີ່ຮ່າໂນ້ຍ, ຕາງໜ້າຄະນະປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ,
ມອບຫຼຽນກາລະນຶກໃຫ້ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ - ảnh 1 ທ່ານ ໂດນຕ໋ວນຟອງ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບມິດຕະພາບລະຫວ່າງຊາດ” ໃຫ້ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Lee Hyuk : ພາບ: KL
 

ທ່ານຮອງປະທານທັງເປັນເລຂາທິການໃຫຍ່ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໂດນຕ໋ວນຟອງ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບມິດຕະພາບລະຫວ່າງຊາດ” ໃຫ້ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Lee Hyuk ເນື່ອງໃນໂອກາດທ່ານເອກອັກຄະລັດຖະທູດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ. ທ່ານ ໂດນຕ໋ວນຟອງ ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ ບໍ່ວ່າ ຢູ່ໃນຖານະຕຳແໜ່ງໃດກໍ່ຕາມ ທ່ານເອກອັກຄະລັດຖະທູດ Lee Hyuk ຈະສືບຕໍ່ມີບັນດາການປະກອບສ່ວນຢ່າງເໝາະສົມໃນການປັບປຸງ ແລະ ພັດທະນາການພົວພັນຮ່ວມມືມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ສ.ເກົາຫຼີ.

        ສະແດງຄວາມເປັນກຽດເມື່ອໄດ້ຮັບຫຼຽນກາລະນຶກ “ເພື່ອສັນຕິພາບມິດຕະພາບລະຫວ່າງຊາດ”, ທ່ານເອກອັກຄະລັດຖະທູດ Lee Hyuk ໃຫ້ຄຳໝັ້ນສັນຍາວ່າ ໃນຖານະຕຳແໜ່ງໃໝ່, ທ່ານຈະມານະພະຍາຍາມຊຸກຍູ້ການພົວພັນ ສ.ເກົາຫຼີ - ອາຊຽນ ເວົ້າລວມ, ສ.ເກົາຫຼີ - ຫວຽດນາມ ເວົ້າສະເພາະກ່ວາອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ