ມາຣົກ - ສະຖານທີ່ພົ້ນເດັ່ນໃນການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງອາຟະລິກາ

(VOVWORLD) -ບັນດາຜະລິດຕະພັນສົ່ງອອກຂອງຫວຽດນາມ ແລະ ມາຣົກ ມີລັກສະນະເພີ່ມເຕີ່ມໃຫ້ແກ່ກັນ, ສິນຄ້າຂອງຫວຽດນາມ ກໍ່ເໝາະສົນກັບຄວາມຕ້ອງການບໍລິໂພກຂອງປະຊາຊົນ ມາຣົກ ພໍສົນຄວນ.
ມາຣົກ - ສະຖານທີ່ພົ້ນເດັ່ນໃນການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງອາຟະລິກາ - ảnh 1ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກ ມາຣົກ ດັ້ງທິທູຮ່າ
(ພາບ: baoquocte.vn)

ດ້ວຍທີ່ຕັ້ງດ້ານພູມຊາດທີ່ສະດວກ, ປະຈຸບັນ, ມາຣົກ ພວມແມ່ນຈຸດພົ້ນເດັ່ນໃນການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງພາກພື້ນອາຟະລິກາ. ນີ້ແມ່ນຂໍ້ສັງເກດຂອງທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກ ມາຣົກ ດັ້ງທິທູຮ່າ ກ່ຽວກັບແງ່ຫວັງຮ່ວມມືລະຫວ່າງ 2 ປະເທດ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1961:

        “ບັນດາຜະລິດຕະພັນສົ່ງອອກຂອງຫວຽດນາມ ແລະ ມາຣົກ ມີລັກສະນະເພີ່ມເຕີ່ມໃຫ້ແກ່ກັນ, ສິນຄ້າຂອງຫວຽດນາມ ກໍ່ເໝາະສົນກັບຄວາມຕ້ອງການບໍລິໂພກຂອງປະຊາຊົນ ມາຣົກ ພໍສົນຄວນ. ໃນນັ້ນ, ບັນດາຜະລິດຕະພັນບໍລິໂພກ, ຜະລິດຕະພັນກະເສດຍັງແມ່ນບັນດາເພດສິນຄ້າຕົ້ນຕໍ. ບັນດາຂົງເຂດເຊິ່ງນັກລົງທຶນຫວຽດນາມ ສາມາດຂຸດຄົ້ນຍ້ອນອີງໃສ່ທ່າແຮງທີ່ມີຢູ່ແລ້ວ ແລະ ເໝາະສົມກັບນະໂຍບາຍດຶງດູດການລົງທຶນຂອງອາຣົກ ຄື: ການຮ່ວມມືໃນຂົງເຂດຜະລິດຕະພັນກະເສດ, ສິນໃນນ້ຳ, ກໍ່ສ້າງ ແລະ ລົງທຶນຜະລິດສິນຄ້າບໍລິໂພກ…”

ຕອບກັບ

ຂ່າວ/ບົດ​ອື່ນ