(vovworld) – ສະພາແຫ່ງຊາດ ມຽນມາ ຫາກໍ່ອອກແຈ້ງການສະເໜີຕໍ່ກຳນົດເວລາຈັດວາງກົດສະພາວະສຸກເສີນຢູ່ເຂດໃຊ້ຄວາມຮຸນແຮງ Meikhtila ແລະ ເທດສະບານເມືອງອ້ອມຂ້າງ 3 ແຫ່ງ ຢູ່ທາງພາກເໜືອປະເທດນີ້ຕື່ມອີກ 60 ວັນ. ຂໍ້ຕົກລົງດັ່ງກ່າວຖືກສະພາແຫ່ງຊາດ ມຽນມາ ຍົກອອກມາເມື່ອວັນທີ 21/5 ພາຍຫຼັງສິ້ນສຸດກອງປະຊຸມພິເສດທີ່ແກ່ຍາວເປັນເວລາ 2 ວັນຢູ່ນະຄອນຫຼວງ Nay Pyi Taw ເພື່ອແນໃສ່ແກ້ໄຂບາງບັນຫາຮີບດ່ວນທີ່ເກີດຂຶ້ນໃນຊຸມເດືອນມໍ່ໆມານີ້. ກ່ອນໜ້ານັ້ນ, ໃນວັນທີ 22/3, ທ່ານປະທານາທິບໍດີ ມຽນມາ U Thein Sein ໄດ້ປະກາດສະພາວະສຸກເສີນຢູ່ເທດສະບານເມືອງ 4 ແຫ່ງຂຶ້ນກັບເຂດ Mandalay ທາງພາກເໜືອປະເທດນີ້ ເຊິ່ງລວມມີ: Meikhtila, Wandwin, Mahlaing ແລະ Thazi, ຍ້ອນສະພາບການໃຊ້ຄວາມຮຸນແຮງປິນຂັ້ນໄດ.
ນອກຈາກນັ້ນ, ທີ່ກອງປະຊຸມພິເສດນີ້, ສະພາແຫ່ງຊາດ ມຽນມາ ກໍ່ຮັບຮອງເອົາເລື່ອງສ້າງຕັ້ງຄະນະກຳມະການຄົ້ນຄ້ວາລວມກ່ຽວກັບສິດຂອງຜູ້ນຳໃຊ້ແຮງງານ ແລະ ຜູ້ອອກແຮງງານ.