ມຽນ​ມາ​ປ່​ຽນ​ຊື່ ຫ້ອງວ່າ​ການ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ແລະ ລັດ​ຖະ​ບານ​ສະ​ຫະ​ພາບ

(VOVWORLD) -ວັນທີ 6 ກຸມພາ, ສະພາບໍລິຫານແຫ່ງລັດ ມຽນມາ ໄດ້ອອກລັດຖະບັນຍັດ ປ່ຽນຊື່ຫ້ອງວ່າການທຳນຽບປະທານາທິບໍດີ ກາຍເປັນ ຫ້ອງວ່າການສະພາບໍລິຫານແຫ່ງລັດ.
ມຽນ​ມາ​ປ່​ຽນ​ຊື່ ຫ້ອງວ່າ​ການ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ແລະ ລັດ​ຖະ​ບານ​ສະ​ຫະ​ພາບ - ảnh 1ພາບປະກອບ: TTXVN

ຕາມລັດຖະບັນຍັດ ດັ່ງກ່າວແລ້ວ, ຫ້ອງວ່າການລັດຖະບານສະຫະພາບ ກໍ່ຈະປ່ຽນຊື່ເປັນ ຫ້ອງວ່າການ ສະພາບໍລິຫານແຫ່ງລັດ. ຄຽງຄູ່ກັນນັ້ນ, ສະພາບໍລິຫານແຫ່ງລັດ ໄດ້ສ້າງຕັ້ງກຸ່ມສື່ມວນຊົນລວມມີ ສະມາຊິກ 3 ຄົນ ໂດຍທ່ານນາຍພົນ Zaw Min Tun ນຳໜ້າ.

ຫ້ອງວ່າການຜູ້ບັນຊາການສູງສຸດ ບັນດາກຳລັງປະກອບອາວຸດ ໄດ້ສ້າງຕັ້ງສະພາບໍລິຫານແຫ່ງລັດ, ພາຍຫຼັງ ມຽນມາປະກາດສະພາບວະສຸກເສີນ ແລະ ມອບສິດຄຸ້ມຄອງບໍລິຫານລັດ ໃຫ້ແກ່ທ່ານ Min Anung Hlaing ຜູ້ບັນຊາການສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ