ມື້ເຮັດວຽກທີ່ 5 ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ 12

(VOVWORLD) -ວັນທີ 09 ຕຸລາ, ເຊິ່ງແມ່ນມື້ເຮັດວຽກທີ 5 ຂອງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູງກາງພັກກອມມູນິດຫວຽດນາມ ຊຸດທີ 12. ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ຫໍປະຊຸມໝົດມື້.
ມື້ເຮັດວຽກທີ່ 5 ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ 12 - ảnh 1(ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ 12)

ຕອນເຊົ້າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ຕາງໜ້າກົມການເມືອງເປັນປະທານກອງປະຊຸມ. ຄະນະບໍລິຫານງານສູນກາງພັກ ປຶກສາຫາລືກ່ຽວກັບແຜນຮ່າງປ່ຽນໃໝ່ກົນໄກຄຸ້ມຄອງ, ກົນໄກການເງິນ ແລະ ຈັດຕັ້ງລະບົບບັນດາຫົວໜ່ວຍພາລະກິດແຫ່ງລັດຄືນໃໝ່. ຕອນບ່າຍ, ທ່ານ ເຈີ່ນກ໋ວກເວື້ອງ, ເລຂາສູນກາງພັກ, ປະທານຄະນະກຳມະການກວດກາສູນກາງ, ສະມາຊິກຜູ້ປະຈຳການຄະນະເລຂາສູນກາງ, ຕາງໜ້າກົມການເມືອງ ເປັນປະທານກອງປະຊຸມ. ນະທີ່ນີ້, ທ່ານ ຟ້າມມິງຈິ໋ງ ໄດ້ອ່ານບົດຍື່ນສະເໜີຂອງກົມການເມືອງກ່ຽວກັບແຜນຮ່າງວ່າດ້ວຍບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ຊັບຊ້ອນກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ. ຫຼັງຈາກນັ້ນ, ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ໜ່ວຍ, ປຶກສາຫາລືເນື້ອໃນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ