ມີແຂກທ່ອງທ່ຽວຈາກສາລະທິດນັບພັນຄົນ ຫຼັ່ງໄຫຼໄປຍັງນະຄອນ Bethlehem ເພຶ່ອສະຫຼອງວັນບຸນ ຄິຼດສະມາດ
(VOVWORLD) - ວັນທີ 24 ທັນວາ, ຜູ້ໄປນະມັດສະການນັບພັນຄົນໃນທົ່ວໂລກ ໄດ້ໄດ້ເຕົ້າໂຮມກັນຢູ່ນະຄອນ Bethlehem, ເຊິ່ງເປັນສະຖານທີ່ ທີ່ພະເຢຊູ ປະສູດ ເພື່ອສະຫຼອງວັນບຸນຄິຼດສະມາດ.
ບັນຍາກາດວັນບຸນ ຄິຼດສະມາດ ຢູ່ສະໜາມຫຼວງ Manger, ນະຄອນ Bethlehem (ພາບ: TTXVN) |
ໃນນັ້ນ, ຊາວ ປາແລັດສະຕິນ ແລະ ແຂກທ່ອງທ່ຽວຕ່າງປະເທດນັບພັນຄົນ ຍັງຫຼັ່ງໄຫຼໄປຍັງນະຄອນນ້ອຍຢູ່ຝັ່ງຕາເວັນຕົກຂອງແມ່ນໍ້າ ຈໍແດນ ທີ່ຖືກຢຶດຄອງ ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ ເຊິ່ງຖືກດໍາເນີນຢູ່ພາຍໃນ ແລະ ພາຍນອກໂບດຄິຼດສະມາດ.
ບັນດາການເຄື່ອນໄຫວສະຫຼອງວັນບຸນ ຄິຼດສະມາດນີ້ ແມ່ນການກະຕຸ້ນໃຫ້ແກ່ການພັດທະນາເສດຖະກິດຂອງ ນະຄອນ Bethlehem ແລະ ປະຊາຄົມຊາວຄິຼດ ຢູ່ເຂດດິນແດນສັກກາລະບູຊານີ້. ທ່ານລັດຖະມົນຕີກະຊວງທ່ອງທ່ຽວ ປາແລັດສະຕິນ Rula Maaya ໃຫ້ຮູ້ວ່າ ຈໍານວນແຂກທ່ອງທ່ຽວຕ່າງປະເທດໄປຢ້ຽມຢາມຝັ່ງຕາເວັນຕົກ ໄດ້ເພີ່ມຂຶ້ນ ແຕ່ 3 ລ້ານເທື່ອຄົນໃນປີ 2018 ເປັນ 3,5 ລ້ານເທື່ອຄົນໃນປີ 2019.