ຢຸດຕິການຂົນສົ່ງຜູ້ໂດຍສານມາຫວຽດນາມ ນັບແຕ່ເວລາ 00 ໂມງຂອງວັນທີ 01 ເມສາ ຮອດວັນທີ 15 ເມສາ

(VOVWORLD) -ກົມການບິນຫວຽດນາມ ຮີບເຮັ່ງແຈ້ງໃຫ້ບັນດາບໍລິສັດການບິນຊາບກ່ຽວກັບເລື່ອງຢຸດຕິການຂົນສົ່ງຜູ້ໂດຍສານມາຫວຽດນາມ ນັບແຕ່ເວລາ 00 ໂມງຂອງວັນທີ 01 ເມສາ ຮອດວັນທີ 15 ເມສາ.
ຢຸດຕິການຂົນສົ່ງຜູ້ໂດຍສານມາຫວຽດນາມ ນັບແຕ່ເວລາ 00 ໂມງຂອງວັນທີ 01 ເມສາ ຮອດວັນທີ 15 ເມສາ - ảnh 1 (ພາບປະກອບ)

ໂດຍປະຕິບັດຂໍ້ສະຫຼຸບຂອງທ່ານນາຍົກລັດຖະມົນຕີທີ່ກອງປະຊຸມກັບ 5 ນະຄອນຂຶ້ນກັບສູນກາງ ກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 (ວັນທີ 29 ມີນາ), ກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ໄດ້ຮຽກຮ້ອງໃຫ້ກົມການບິນຫວຽດນາມ ຮີບເຮັ່ງແຈ້ງໃຫ້ບັນດາບໍລິສັດການບິນຊາບກ່ຽວກັບເລື່ອງຢຸດຕິການຂົນສົ່ງຜູ້ໂດຍສານມາຫວຽດນາມ ນັບແຕ່ເວລາ 00 ໂມງຂອງວັນທີ 01 ເມສາ ຮອດວັນທີ 15 ເມສາ.

        ເລື່ອງຢຸດຕິການຂົນສົ່ງຜູ້ໂດຍສານເຂົ້າເມືອງແມ່ນບໍ່ນຳໃຊ້ສຳລັບກໍລະນີທີ່ມີ ຈຸດປະສົງທາງການທູດ, ລັດຖະການ; ແຂກຕ່າງປະເທດທີ່ເຂົ້າຮ່ວມ, ຮັບໃຊ້ບັນດາການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນ; ບັນດານັກຊ່ຽວຊານ, ນັກຄຸ້ມຄອງວິສາຫະກິດ, ຜູ້ອອກແຮງງານດ້ານເຕັກນິກສູງ ແລະ ບັນດາກໍລະນີພິເສດເຊິ່ງໄດ້ຮັບຄວາມເຫັນດີຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ