(vovworld) - ຕອນເຊົ້າວັນທີ 12/12, ຢູ່ ດ່ານັ້ງ, ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດ ດ້ວຍຫົວຂໍ້ວ່າ ”ການຮ່ວມມືໃນເຂດທະເລຕາເວັນອອກ - ປະຫວັດສາດ ແລະ ແງ່ຫວັງ”. ບັນດາບົດປະກອບຄວາມເຫັນທີ່ກອງປະຊຸມສຳມະນາຂອງບັນດານັກວິທະຍາສາດ, ຜູ້ຊ່ຽວຊານທີ່ຄົ້ນຄ້ວາກ່ຽວກັບທະເລຕາເວັນອອກ ໄດ້ປະກາດບັນດາຜົນງານໃນການຄົ້ນຄ້ວາໃໝ່ກ່ຽວກັບທະເລຕາເວັນອອກ, ຢັ້ງຢືນອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ… ດຣ. ເຈິ່ນດຶກແອງເຊີນ, ສະຖານບັນຄົ້ນຄ້ວາການພັດທະນາເສດຖະກິດສັງຄົມນະຄອນດ່ານັ້ງ, ໃຫ້ຮູ້ວ່າ:
”ໃນກອງປະຊຸມສຳມະນາຄັ້ງນີ້ຂ້າພະເຈົ້າໄດ້ແນະນຳເປັນ 3 ພາກ, ພາກທີໜຶ່ງແມ່ນແນະນຳບັນດາເອກະສານຂອງຝ່າຍຕາເວັນຕົກ. ພາກທີສອງ ແມ່ນແນະນຳບັນດາແຜນທີ່ຂອງຝ່າຍຕາເວັນຕົກທີ່ແຕ້ມແຕ່ສະຕະວັດທີ 16 - 20, ໃນນັ້ນມີຮູບພາບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຕິດພັນກັບປະຫວັດສາດຂອງຊາດຫວຽດນາມ. ພາກທີສາມ ແມ່ນແນະນຳແຜນທີ່ໂດຍຝ່າຍຕາເວັນຕົກແຕ້ມກ່ຽວກັບຜືນແຜ່ນດິນຂອງຈີນແຕ່ປີ 1526 – 1980, ເຊິ່ງໃນນັ້ນບໍ່ມີໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ”