ຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກບັນດາທ້ອງຖິ່ນ

(VOVWORLD) - ວັນທີ 31 ມັງກອນ, ທີ່ນະຄອນ ຕຸຍຮ່ວາ ແລະ ເມືອງ ຟູ໋ຮ່ວາ (ແຂວງ ຟູ໋ອຽນ), ຄະນະປະຕິບັດງານຂອງສະມາຄົມຜູ້ມີອາຍຸສູງ ຫວຽດນາມ, ຄະນະສະມາຊິກສະພາແຫ່ງຊາດແຂວງ ຟູ໋ອຽນ 
ຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກບັນດາທ້ອງຖິ່ນ - ảnh 1 (ພາບປະກອບ / TTXVN)

ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ຄອບຄົວທຸກຍາກ. ຄະນະສະມາຊິກສະພາແຫ່ງຊາດແຂວງ ຟູ໋ອຽນ ກໍ່ຂົນຂວາຍບັນດາຜູ້ໃຈບຸນໃຈກຸສົນບໍລິຈາກເງິນເພື່ອມອບຂອງຂວັນບຸນເຕັດ 200 ພູດ. ບັນດາເປົ້າໝາຍໄດ້ຮັບຂອງຂວັນລວມມີ: ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊິນ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວທຸກຍາກຖືກເສຍຫາຍຈາກພະຍຸນ້ຳຖ້ວມໃນໄລຍະຜ່ານມາຢູ່ບາງທ້ອງຖິ່ນໃນບໍລິເວນແຂວງ.

        ເນື່ຶອງໃນໂອກາດບຸນປີໃໝ່ປະຈຳຊາດ, ແຂວງ ຟູ໋ອຽນ ຕົກລົງຫັກເງິນຈາກງົບປະມານກ່ວາ 11 ຕື້ດົ່ງ ໜູນຊ່ວຍບັນດາຄອບຄົວທຸກຍາກ ແລະ ຄອບຄົວເປົ້າໝາຍນະໂຍບາຍເພື່ອຕ້ອນຮັບບຸນເຕັດໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ສົມບູນພູນສຸກ.

 

ຕອບກັບ

ຂ່າວ/ບົດ​ອື່ນ