ຢູແກຼນຕໍ່ກຳນົດເວລາ ຄຳສັ່ງຢຸດຍິງຢູ່ພາກ ຕາເວັນອອກ
ປະທານາທິບໍດີຢູແກຼນ Petro Prosenko
(ພາບ: http://dantri.com.vn)
(vovworld)- ວັນທີ 27/6, ປະທານາທິບໍດີຢູແກຼນຄົນໃໝ່, ທ່ານ Petro Prosenko ໄດ້ຮັບຮອງເອົາຂໍ້ຕົກລົງຕໍ່ກຳນົດເວລາຄຳສັ່ງຢຸດຍິງຂອງລັດຖະບານທີ່ພາກຕາເວັນອອກສ່ຽງໃຕ້ປະເທດນີ້ຕື່ມອີກ 3 ວັນ, ຮອດ 22 ໂມງຂອງວັນທີ 30/6 ຕາມເວລາທ້ອງຖິ່ນ. ແຕ່ທ່ານ Petro Prosenko ຍັງໃຫ້ຮູ້ວ່າ: ບັນດາກຳລັງທະຫານຂອງລັດຖະບານຢູແກຼນ ມີສິດຢຸດຕິຄຳສັ່ງຢຸດຍິງໃນບໍ່ວ່າຈຸດເວລາໃດ ກ່ອນການກຳນົດເວລາສຸດທ້າຍຢູ່ບັນດາເຂດທີ່ເງື່ອນໄຂການຢຸດຍິງບໍ່ໄດ້ຮັບການປະຕິບັດ. ຂໍ້ຕົກລົງດັ່ງກ່າວຖືກຍົກອອກມາພາຍຫຼັງທີ່ທ່ານ Petro Prosenko ເຊັນສັນຍາຮ່ວມສຳພັນກັບສະຫະພາບເອົລົບ (ອີຢູ) ທີ່ກອງປະຊຸມສຸດຍອດຂອງກຸ່ມ ຈັດຂຶ້ນຢູ່ ບຣຸກແຊນ ປະເທດແບນຊິກ.
ເລື່ອງຕໍ່ກຳນົດເວລາຄຳສັ່ງຢຸດຍິງດັ່ງກ່າວກົງກັບເວລາສຸດທ້າຍຊື່ງບັນດາການນຳອີຢູ ຍົກອອກມາສຳລັບກຸ່ມປະກອບອາວຸດຂອງຝ່າຍສະໜັບສະໜູນການສ້າງສະຫະພັນຢູແກຼນ ແນໃສ່ເຫັນດີກັບແຜນການຕິດຕາມກວດກາຄຳສັ່ງຢຸດຍິງ, ມອບສົ່ງປ້ອມກວດກາຊາຍແດນພວມຍຶດຄອງໃຫ້ແກ່ອຳນາດການປົກຄອງກີແອບ ປ່ອນຕົວຕົງປະກັນ, ເປີດສາກການເຈລະຈາກ່ຽວກັບການປະຕິບັດແຜນການສັນຕິພາ[ຂອງທ່ານ Petro Prosenko ຢ່າງເຂັ້ມງວດ./.