ຢູແກຼນປັບປຸງຄວາມສາມາດປ້ອງກັນປະເທດຢ່າງຮີບດ່ວນ

ຢູແກຼນປັບປຸງຄວາມສາມາດປ້ອງກັນປະເທດຢ່າງຮີບດ່ວນ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Poroshenk
(ພາບ: RIA Novosti)

(vovworld) – ວັນ​ທີ 24/9, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Poroshenk ໄດ້​ເຊັນ​ດຳ​ລັດ “ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຮີບ​ດ່ວນ​​ເພື່ອປົກ​​ປັກ​ຮັກ​ສາຢູ​ແກຼນ ແລະ ປັບ​ປຸງ​ຄວາມ​ສາ​ມາດ​ປ​້ອງ​ກັນ​ປະ​ເທດ”. ຕາມ​ດຳ​ລັດ​ນີ້​ແລ້ວ, ​ທິດ​ທາງ​ຕົ້ນ​ຕໍ່​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ແມ່ນ​ຮັບ​ປະ​ກັນ​ຄວາມ​ສາ​ມາດ​ກຽມ​ພ້ອມ​ຂອງ​ບັນ​ດາ​ອົງ​ການ, ພື້ນ​ຖານ​ເສດ​ຖະ​ກິດ ແລະ ສັງ​ຄົມ​​ເພື່ອສະ​ກັດ​ກັ້ນ​ການ​​ຮຸກ​ຮານ​ດ້​ວຍ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຕ້ານ ຢູ​ແກຼນ. ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ບຸ​ລິ​ມະ​ສິດ​ຂອງ​ຢູ​ແກຼນ ແມ່ນ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອາ​ເມ​ລິ​ກາ, ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ແລະ ອົງ​ການ ນາ​ໂຕ. ດຳ​ລັດ​​ສັ່ງ​ໃຫ້: ແກ້​ໄຂ​ບັນ​ຫາ​ປິດ​ປະ​ຕູ​​ບັນ​ດາ​ດ່ານ​ເຂົ້າ​ເມືອງ​ໃນ​ເຂດ​ຊາຍ​ແດນ​ແຫ່ງ​ຊາດຂອງ ຢູ​ແກຼນ ກັບ ລັດ​ເຊຍ ສ​ຳ​ລັບ​ຄົມ​ມະ​ນາ​ຄົມ​ທາງ​ທະ​ເລ, ທາງ​ບົກ​ໂດຍ​ຊົ່ວ​ຄາວ. ລັດ​ຖະ​ບານກໍ່​ຕ້ອງ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ປັກຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ​ລະ​ຫວ່າງ ຢູ​ແກຼນ ກັບ ລັດ​ເຊຍ ພຽງ​ລຳ​ພັງ​ຝ່າຍ​ດຽວ ກໍ່​ຄື​ຍົກ​ອອກ​​ບັນ​ດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ນຳ​ໃຊ້​ມາດ​ຕະ​ການ​ເສດ​ຖະ​ກິດ​ພິ​ເສດ ແລະ ບັນ​ດາ​ມາດ​ຕະ​ການ​ຈຳ​ກັດ​ອື່ນໆ​ສຳ​ລັບ​ລັດ​ເຊຍ.

        ໃນ​ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ​ໄດ້ອອກ​ຄຳ​ສັ່ງ​ສ​ະ​ໜອງ​ໃຫ້ ຢູ​ແກຼນ ບ້ວງ​ເງິນ​ໜ​ູນ​ຊ່ວຍ​ດ້ານ​ການ​ທະ​ຫານ​ເພີ່ມ​ເຕີມ​ທີ່​ມີ​ມູນ​ຄ່າ 5 ລ້ານ USD ເພື່ອ​ແນ​ໃສ່​ສ​ະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມ​ື​ກັບ​ວິ​ກິດກ​ານ​ຢູ່​ພາກ​ຕາ​ເວັນ​ອອກ.

 



ຂ່າວ/ບົດ​ອື່ນ