ກອງປະຊຸມຫົວເລື່ອງສະເພາະກ່ຽວກັບວຽກງານສ້າງກົດໝາຍ
ພາບ:chinhphu.vn
|
(vovworld)-`ວັນທີ 12/8 ຢູ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ລັດຖະບານ ໄດ້ຈັດກອງປະຊຸມຫົວເລື່ອງສະເພາະກ່ຽວກັບວຽກງານສ້າງກົດໝາຍ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ: ການກຳນົດຮູບແບບອຳນາດການປົກຄອງທ້ອງຖິ່ນ ແມ່ນອີງໃສ່ການເລືອກເຟັ້ນຜັນຂະຫຍາຍການຈັດຕັ້ງສະພາປະຊາຊົນເມືອງ, ຕາແສງຄືແນວໃດ. ທ່ານນາຍົກລັດຖະມົນຕີໃສ່ໃຈວ່າ ຄວນເຮັດແຈ້ງພາລະບົດບາດ, ຫນ້າທີ່, ສິດອຳນາດຂອງລັດຖະບານ, ເປັນຕົ້ນແມ່ນການປະສານສົມທົບ, ການກວດກາລະຫວ່າງບັນດາອົງການແຫ່ງລັດໃນການປະຕິບັດ ອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ. ແລະ ທີ່ກອງປະຊຸມ, ລັດຖະບານ ໄດ້ຮັບຟັງບົດລາຍງານ ແລະ ປຶກສາຫາລື ບັນດາມາດຕະການເພີ່ມທະວີກົນໄກກວດກາຈຸດສຸມການປະກາດໃຊ້ຄຳສັ່ງແນະນຳ ແລະ ຄຳສັ່ງແນະນຳລະຫວ່າງຂະແຫນງ. ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ: ບັນດາກະຊວງ, ຂະແຫນງການເມື່ອປະກາດໃຊ້ເອກະສານນິຕິກຳ ຕ້ອງເອົາໃຈໃສ່ທີ່ສຸດເຖິງຄຸນນະພາບເອກະສານ, ຮັບປະກັນການກຳນົດຂອງລັດຖະທຳມະນູນ, ຖືກຕ້ອງກັບກົດໝາຍ ແລະ ມີຄວາມເປັນໄປ.