(ພາບ: Chinhphu.vn)
|
(vovworld) - ໃນລະຫວ່າງວັນທີ 19-20/3, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ, ລັດຖະບານໄດ້ຈັດວາລະປະຊຸມສະເພາະຫົວເລື່ອງກ່ຽວກັບວຽກງານສ້າງກົດໝາຍ. ທີ່ວາລະປະຊຸມ, ລັດຖະບານໄດ້ປຶກສາຫາລືກ່ຽວກັບບົດລາຍງານໝາກຜົນແຫ່ງການສ້າງກົດໝາຍ, ລັດຖະບັນຢັດໃນອາຍຸການສະພາແຫ່ງຊາດຊຸດທີ XII, ສະພາບການຜັນຂະຫຍາຍໂຄງການສ້າງກົດໝາຍ, ລັດຖະບັນຢັດຂອງສະພາແຫ່ງຊາດຊຸດທີ XIII ແລະ ປີ 2012, ບັນດາມາດຕະການຍົກສູງຄຸນນະພາບ, ຮັບປະກັນຄວາມຄືບໜ້າໃນການສ້າງກົດໝາຍ, ລັດຖະບັນຢັດໃນໄລຍະຈະມາເຖິງ. ລັດຖະບານກໍ່ຮັບຟັງປຶກສາຫາລືກ່ຽວກັບຮ່າງມະຕິຕົກລົງສະບັນດັດແກ້, ເພີ່ມເຕີມມະຕິຕົກລົງທີ່ກຳນົດກ່ຽວກັບບົດບາດໜ້າທີ່, ສິດອຳນາດ ແລະໂຄງປະກອບການຈັດຕັ້ງຂອງກະຊວງ, ອົງການທຽບເທົ່າກະຊວງ; ຮ່າງມະຕິຕົກລົງກ່ຽວກັບການຄຸ້ມຄອງ, ນຳໃຊ້ທີ່ດິນປູກເຂົ້າ, ຮັບຟັງບົດລາຍງານກ່ຽວກັບການນຳໃຊ້ທີ່ດິນ, ກຳນົດເວລານຳໃຊ້ທີ່ດິນກະສີກຳສຳຫຼັບຄອບຄົວ, ສ່ວນບຸກຄົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແລະ ບັນດາສະມາຊິກໃນຄະນະລັດຖະບານໄດ້ຊີ້ແຈ້ງທັດສະນະຄວນສືບຕໍ່ປ່ຽນໃໝ່ການສ້າງໂຄງການກໍ່ສ້າງເອກະສານນິຕິກຳ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເນັ້ນໜັກວ່າ, ເລື່ອງສະເໜີສ້າງຮ່າງກົດໝາຍ, ລັດຖະບັນຢັດຕ້ອງມີຄວາມຈຳເປັນຢ່າງແທ້ຈິງ, ແລະ ມີລັກສະນະເປັນໄປໄດ້ໃນຊີວິດການເປັນຢູ່, ໄດ້ຮັບການກວດກາຢ່າງແໜ້ນແຟ້ນ, ມີລັກສະນະວິທະຍາສາດ, ເດັດດຽວຖອນບັນດາຮ່າງກົດໝາຍ, ລັດຖະບັນຢັດບໍ່ທັນມີບັນດາເງື່ອນໄຂອັນຈຳເປັນຢ່າງຄົບຖ້ວນອອກຈາກໂຄງການ…