ລັດຖະບານຊີ້ນຳສືບຕໍ່ຍູ້ແຮງການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່

ລັດຖະບານຊີ້ນຳສືບຕໍ່ຍູ້ແຮງການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ - ảnh 1
ພາບ​ປະ​ກອບ

(vovworld) – ​ ​​ຫ້ອງວ່າ​ການ​ລັດ​ຖະ​ບານ​ຫາກໍ່​ປະ​ກາດ​ຂໍ້​ສະ​ຫລຸບ​ຂອງ​ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູວ​ັ​ນ​ນີງ ທີ່ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃໝ່. ຕາມ​ແຈ້ງ​ການ​ສະ​ຫລຸບ​ແລ້ວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ, ບໍ​ລິ​ສັດ​ໃຫຍ່​ແຫ່ງ​ລັດ​ຊີ້​ນຳ​ຢ່າງ​ຂ້ຽວ​ຂາດ​ກ່​ວາ​ອີກ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ແຜ​ນ​ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ໄລ​ຍະ 2014 – 2015 ຄືນ​ໃໝ່, ພິ​ເສດ​ແມ່ນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ. ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ອົງ​ການ​ທຽບ​ເທົ່​າ​ກະ​ຊວງ, ອົງ​ການ​ຂຶ້ນ​ກັບ​ລັດ​ຖະ​ບານ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ, ປະ​ທານ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃໝ່​ທີ່ຂຶ້ນ​ກັບ​ຂອບ​ເຂດ​​ຄຸ້ມ​ຄອງ​ໄລ​ຍະ 2014 – 2015. ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ໃສ່​ໃຈ​ວ່າ: ພາຍຫຼັງ​ຫັນ​ເປັນ​ຫຸ້ນ​ສ່ວນ, ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​ດຳ​ເນີນ​ການ​ຕິດ​ປະ​ກາດ​ໃນ​ຕະຫຼາດຫຼັກ​ຊັບ.

        ຕາມ​ຄະ​ນະ​ຊີ້​ນຳ​ປ່ຽນ​ໃໝ່ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ແລ້ວ, ຮອດ​ວັນ​ທີ 25/12/2014, ທົ່ວ​ປະ​ເທດ​​ໄດ້​ມີ​ວິ​ສາ​ຫະ​ກິດ 143 ​ແຫ່ງ​ຫັ​ນ​ເປັນ​ຫຸ້ນ​ສ່ວນ (ເພີ່ມ​ຂຶ້ນທົບ 2 ເທົ່າ​ເມື່ອ​ທຽບ​ໃສ່​ປີ 2013) ໃນ​ຈຳ​ນວນ ​ລັດວິ​ສາ​ຫະ​ກິດ 432 ແຫ່ງ​ຕ້ອງ​​ຫັນ​ເປັນ​ຫຸ້ນ​ສ່ວນ​ໃນປີ 2014 – 2015.

 

ຂ່າວ/ບົດ​ອື່ນ