(vovworld) - ລັດຖະບານຊີຣີ ຖະແຫຼງກຽມພ້ອມດຳເນີນບັນດາການເຈລະຈາສັນຕິພາບກັບຝ່າຍຄ້ານ. ວັນທີ 24/07, ສຳນັກຂ່າວສານແຫ່ງລັດ SANA, ໄດ້ຄັດຄຳຖະແຫຼງຂອງກະຊວງການຕ່າງປະເທດຊີຣີ ໃຫ້ຮູ້ວ່າ, ປະເທດນີ້ພ້ອມແລ້ວທີ່ຈະສືບຕໍ່ເຈະລຈາເພື່ອແນໃສ່ແກ້ໄຂວິກິດການຊີຣີ ຫາກບໍ່ມີເງື່ອນໄຂໃດໆ. ຄຳຖະແຫຼງໄດ້ຢຶນຢັນຄືນໃໝ່ຄວາມປາດຖະໜາບັນລຸໄດ້ມາດຕະການດ້ານການເມືອງ ເພື່ອຕ້ອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນຊີຣີ ແລະ ໄດ້ຮັບການສະໜັບສະໜູນຂອງສະຫະປະຊາຊາດ ກໍຄືປະຊາຄົມສາກົນ.