ລັດຖະບານຊີຣີຢາກຊອກຫາມາດຕະການການເມືອງຢູ່ກອງປະຊຸມເຊີແນວ
ທ່ານປະທານາທິບໍດີ Bashar Al – Assad
(ພາບ: EPA)
(vovworld) – ຊີຣີຈະສົ່ງຄະນະປະຕິບັດງານເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບ ຊີຣີ ຄັ້ງທີ 2, ຫຼືເອີ້ນວ່າກອງປະຊຸມ ເຊີແນວ 2 (ຄາດວ່າຈະດຳເນີນໃນວັນທີ 22/1/2014 ຢູ່ ສະວິດ), ເພື່ອແນໃສ່ຊອກຫາມາດຕະການການເມືອງໃຫ້ອະນາຄົດຂອງປະເທດນີ້, ແຕ່ວ່າຈະບໍ່ປຶກສາຫາລືກ່ຽວກັບຄວາມສາມາດລາອອກຈາກຕຳແໜ່ງຂອງປະທານາທິບໍດີ Bashar Al – Assad. ຖະແຫຼງການດັ່ງກ່າວໂດຍກະຊວງການຕ່າງປະເທດ ຊີຣີ ຍົກອອກມາໃນວັນທີ 27/11. ສຳນັກຂ່າວສານທາງການ ຊີຣີ SANA ຄັດສະເໜີຖະແຫຼງການດັ່ງກ່າວ, ໃຫ້ຮູ້ວ່າ: ຕາມຄຳສັ່ງຂອງປະທານາທິບໍດີ Bashar Al – Assad ກໍ່ຄືຄວາມຫວັງຂອງປະຊາຊົນ, ດາມາກຸດ ຈະສົ່ງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສັນຕິພາບ ເຊີແນວ 2 ຢ່າງເປັນທາງການດ້ວຍບຸລິມະສິດອັນດັບໜຶ່ງແມ່ນລົບລ້າງລັດທິກໍ່ການຮ້າຍ. ຖະແຫຼງການຢັ້ງຢືນວ່າ: ການເຂົ້າຮ່ວມຂອງລັດຖະບານ ຊີຣີ ຄັ້ງນີ້ແມ່ນເພື່ອແນໃສ່ແກ້ໄຂວິກິດການຢູ່ປະເທດ ຕາເວັນອອກກາງນີ້, ຫາກບໍ່ແມ່ນເພື່ອຕອບສະໜອງຄຳຮຽກຮ້ອງຂອງຝ່າຍຕາເວັນຕົກແມ່ນຢາກໃຫ້ປະທານາທິບໍດີ Assad ລາອອກຈາກຕຳແໜ່ງ. ກະຊວງການຕ່າງປະເທດ ຊີຣີ ກໍ່ຕຳນິຕິຕຽນບັນດາຖະແຫຼງການທີ່ຖືກຍົກອອກມາກ່ອນນີ້ຂອງຫຼາຍປະເທດຝ່າຍຕາເວັນຕົກ, ຖືວ່າ: ທ່ານ Assad ບໍ່ຄວນເຂົ້າຮ່ວມວິວັດການມອບໂອນຢູ່ ຊີຣີ, ພ້ອມທັງຢັ້ງຢືນວ່າ: ປະຊາຊົນ ຊີຣີ ມີສິດຕັດສິນອະນາຄົດ ແລະ ການນຳຂອງຕົນ.