ລັດຖະບານສເກົາຫຼີຈັດການປະຊຸມ ໃນສະພາບເກີດຄວາມເຄັ່ງຕຶງກັບ ສປປ ເກົາຫຼີ
(ພາບ: vietnamplus.vn)
(vovworld)- ຫ້ອງວ່າການທຳນຽບປະທານາທິບໍດີສເກົາຫຼີ ໃຫ້ຮູ້ວ່າ: ທ່ານນາງ Park Geun hye ປະທານາທິບໍດີຄົນໃໝ່ ໄດ້ຈັດການປະຊຸມລັດຖະບານຄັ້ງປະຖົມມະເລິກໃນວັນທີ 11/3, ໃນນັ້ນໄດ້ມອບໜງັສືຕົກລົງແຕ່ງຕັ້ງລັດຖະມົນຕີທາງການໃຫ້ແກ່ 13 ທ່ານ. ການປະຊຸມໄດ້ດຳເນີນໄປໃນສະພາບການອຳນາດການປົກຄອງໃໝ່ຂອງປະທານາທິບໍດີ Park Geun hye ພວມຕ້ອງຊອກຫາບັນດາມາດຕະການທີ່ມີປະສິດທິຜົນ ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງທີ່ພວມເພີ່ມຂຶ້ນລະຫວ່າງສອງພາກເກົາຫຼີ ພ້ອມທັງແກ້ໄຂບັນດາກຳລັງດັນອື່ນໆ ໃນຂະນະທີ່ຮ່າງກົດໝາຍສ້າງໂຄງປະກອບລັດຖະບານຄືນໃໝ່ ຍັງບໍ່ທັນໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດປະເທດນີ້. ມາຮອດຈຸດເວລານີ້, ທ່ານລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີ 11 ທ່ານທີ່ຖືກແຕ່ງຕັ້ງ ໄດ້ສຳເລັດວາລະອະພິປາຍ ແລະ ຕອບຄຳຊັກຖາມຢູ່ສະພາແຫ່ງຊາດແລ້ວ.
ນອກຈາກມອບໜັງສືຕົກລົງແຕ່ງຕັ້ງໃຫ້ບັດາທ່ານລັດຖະມົນຕີ, ທີ່ວາລະປະຊຸມຄັ້ງປະຖົມມະເລິກນີ້, ລັດຖະບານໃໝ່ຂອງ ສເກົາຫຼີ ຍັງສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືບັນດາບັນຫາເຄັ່ງຕຶງກ່ຽວຂ້ອງເຖິງ ສປປເກົາຫຼີ ໃນໄລຍະເວລາມໍ່ມານີ້.