ລັດ​ຖະ​ບານ​ຫວຽດ​ນາມ​ເດັດ​ດ່ຽວ​ສະ​ກັດ​ກັ້ນ ແລະ ປັບ​ໄໝຢ່າ​ງ​ເຂັ້ມ​ງວດ​ບັນ​ດາ​ການ​ກະ​ທຳ​ສໍ້ໂກງ​ການ​ຄ້າ​

(VOVWORLD) -ລັດຖະບານຫວຽດນາມມີແຜນນະໂຍບາຍ ເດັດດ່ຽວສະກັດກັ້ນ ແລະ ປັບໄໝບັນດາການກະທຳສໍ້ໂກງການຄ້າຢ່າງເຂັ້ມງວດ. ຫວຽດນາມ ຕີລາຄາສູງການຮ່ວມມືຂອງອົງການທີ່ມີໜ້າທີ່ຮັບຜິດຊອບອາເມລິກາໃນເຫດນີ້.
ລັດ​ຖະ​ບານ​ຫວຽດ​ນາມ​ເດັດ​ດ່ຽວ​ສະ​ກັດ​ກັ້ນ ແລະ ປັບ​ໄໝຢ່າ​ງ​ເຂັ້ມ​ງວດ​ບັນ​ດາ​ການ​ກະ​ທຳ​ສໍ້ໂກງ​ການ​ຄ້າ​ - ảnh 1
ທ່ານນາງ ເລທິທູຮັ່ງໂຄສົກກະຊວງການຕ່າງປະເທດຫວຽດນາມ  (ພາບ: vov.vn)

ວັນທີ 20 ສິງຫາ 2020, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ກ່ຽວກັບເລື່ອງບັນດາອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຫວຽດນາມ ແລະ ອາເມລິກາຫວ່າງແລ້ວນີ້ສົມທົບກັນສືບສວນ, ກັກຕົວຊາວຫວຽດນາມບາງຄົນທີ່ມີການກະທຳສໍ້ໂກງການຄ້າ, ທ່ານນາງ ເລທິທູຮັ່ງໂຄສົກກະຊວງການຕ່າງປະເທດຫວຽດນາມຊີ້ແຈ້ງວ່າ:

        ຕາມແຫຼ່ງຂ່າວຈາກກະຊວງຕຳຫຼວດແລ້ວ, ອີງຕາມແຫຼ່ງຂ່າວຈາກຝ່າຍອາເມລິກາ, ຕຳຫຼວດນະຄອນຮ່າໂນ້ຍ ແລະ ບັນດາກົມໜ້າທີ່ວິຊາສະເພາະຂອງກະຊວງຕຳຫຼວດໄດ້ເປີດການດຳເນີນຄະດີ ແລະ ກັກຕົວຊາວຫວຽດນາມ 4 ຄົນທີ່ມີການກະທຳຜິດ  ຢຶດເອົາຊັບສິນ. ປັດຈຸບັນ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມພວມເປີດກ້ວາງການສືບສວນ ແລະ ຈະແກ້ໄຂເຫດດັ່ງກ່າວຢ່າງຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ.

        ລັດຖະບານຫວຽດນາມມີແຜນນະໂຍບາຍ ເດັດດ່ຽວສະກັດກັ້ນ ແລະ ປັບໄໝບັນດາການກະທຳສໍ້ໂກງການຄ້າຢ່າງເຂັ້ມງວດ. ຫວຽດນາມ ຕີລາຄາສູງການຮ່ວມມືຂອງອົງການທີ່ມີໜ້າທີ່ຮັບຜິດຊອບອາເມລິກາໃນເຫດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ