ລັດຖະມົນຕີກະຊວງ ປ້ອງກັນປະເທດຈີນ ຢ້ຽມຢາມອາເມລິກາ

ລັດຖະມົນຕີກະຊວງ ປ້ອງກັນປະເທດຈີນ ຢ້ຽມຢາມອາເມລິກາ - ảnh 1

(ພາບປະກອບ:thanhnien.com.vn)

(vovworld)-​​​​ທ່ານຈາງ​ກວານ​ແຈວ​ນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ  ​ແລະ ຄາດ​ວ່າ ມີ​ການ​ເຈລະຈາ​ກັບ​ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​​ອາ​ເມ​ລິ​ກາ Chuck Hagel ​ໃນ​ວັນ​ທີ 19/8 ຢູ່​ທຳນຽບ 5 ​ແຈ. ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ແມ່ນ​ເພື່ອ​ແນ​ໃສ່​ຮັກສາ “ກຳລັງ​ໜູນ​ທີ່​ຕັ້ງໜ້າ“ ​ໃນ​ການ​ພົວພັນ​ດ້ານ​ການ​ທະຫານທີ່​ບັນລຸ​ໄດ້​ລະຫວ່າງ​ສອງ​ປະ​ເທດ​ອາ​ເມ​ລິ​ກາ-​ຈີນ ​ໃນ 18 ​ເດືອນ​ຜ່ານ​ມາ ນັບ​ແຕ່​ເມື່ອ​ທ່ານ​ສີ​ຈິນຜິ​ງ ​ໃນ​ເວລາ​ນັ້ນ​ແມ່ນ​ຮອງ​ປະທານ​ປະ​ເທດ​ຈີນ​ ຢ້ຽມຢາມ​ອາ​ເມ​ລິ​ກາ ​ເມື່ອ​ເດືອນ 1/2012. ນອກຈາກ​ນັ້ນ, ນີ້ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ​ກະຊວງ​ປ​້ອງກັນ​ປະ​ເທດ​ສອງ​ປະ​ເທດ​ປຶກສາ​ຫາລື​ບັນດາ​ບັນຫາ​ໃນ​ການ​ພົວພັນ​ດ້ານ​ການ​ທະຫານ​ເວົ້າສະ​ເພາະ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເວົ້າລວມ. ຄຽງ​ຄູ່​ກັນນັ້ນ​ແມ່ນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ກໍ່​ຈະ​ແມ່ນ​ບັນຫາ​ໄດ້​ຮັບ​ການ​ປຶກສາ​ຫາລື​ໃນ​ການ​ພົບ​ປະຄັ້ງນີ້.

 

ຂ່າວ/ບົດ​ອື່ນ