ລັດຖະມົນຕີກະຊວງການຕ່າງປະເທດກາຕາຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) - ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດກາຕາ Soltan Bin Saad Al Muraikh ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 10 – 12 ທັນວາ.

ລັດຖະມົນຕີກະຊວງການຕ່າງປະເທດກາຕາຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດກາຕາ

(ພາບ: TTXVN)

ຕອນບ່າຍວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດກາຕາ Soltan Bin Saad Al Muraikh. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເນັ້ນໜັກເຖິງບາງມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ; ສະເໜີໃຫ້ຝ່າຍກາຕາ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຫວຽດນາມ ສົ່ງອອກບັນດາຜະລິດຕະພັນທີ່ມີທ່າແຮງ ແລະ ກາຕາ ມີຄວາມຕ້ອງການຄື: ສະບຽງອາຫານ, ເຄື່ອງໃຊ້ສອຍ, ວັດສະດຸກໍ່ສ້າງ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 11 ທັນວາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມຮົ່ງນາມ ກໍ່ໄດ້ມີການເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດກາຕາ.

ຕອບກັບ

ຂ່າວ/ບົດ​ອື່ນ