(vovworld) - ຕອນບ່າຍວັນທີ 22/07, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສອີນເດຍ ປະຈຳຫວຽດນາມ Ranjit Rae, ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິນສຸດໜ້າທີ່ປະຕິບັດງານຢູ່ຫວຽດນາມ, ພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕີລາຄາສູງການປະກອບສ່ວນຕ່າງໆຂອງທ່ານເອກອັກຄະລັດຖະທູດ Ranjit Rae ໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ອີນເດຍ ໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືປ້ອງກັນຊາດ. ພົນເອກ ຟຸ່ງກວາງແທງ ປາດຖະໜາວ່າ ໃນຖານະຕຳແໜ່ງໃໝ່ຂອງຕົນ, ທ່ານເອກອັກຄະລັດຖະທູດ Ranjit Rae ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງຫວຽດນາມ - ອີນເດຍ ໃນໄລຍະຈະມາເຖິງກວ່າອີກ.