ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມພົບປະກັບຜູ້ມີສິດເລືອກຕັ້ງແຂວງຮືງອຽນ

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມພົບປະກັບຜູ້ມີສິດເລືອກຕັ້ງແຂວງຮືງອຽນ - ảnh 1
ພົນ​ເອກ ຟຸ່ງກວາງ​ແທງ
photo:baomoi.com

(vovworld)- ວັນ​ທີ4/10, ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ຮືງ​ອຽນ, ພົນ​ເອກ ຟຸ່ງກວາງ​ແທງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ຮືງ​ອຽນ ໄດ້​ລາຍ​ງານ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ຮືງ​ອຽນ ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ບັນ​ດາ​ເນື້ອ​ໃນຂອງ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ຊື່ງ​ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 20/10-29/11. ຕາມນັ້ນ​ແລ້ວ, ສະ​ພາ​ແຫ່ງ​ຊາດ ຈະ​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ກົດ​ໝາຍ 17 ສະ​ບັບ ແລະ ຮ່າງ​ມະ​ຕິ 3 ສະ​ບັບ, ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ອື່ນ 12  ສະ​ບັບ. ນອກນັ້ນ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຍັງ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ຊາດ​ໃນ 9 ເດືອນ​ຕົ້ນ​ປີ 2014 ແລະ ຮ​ັບ​ຟັງ​ຄຳ​ສະ​ເຫນີ​ຂອງ​ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

 

ຂ່າວ/ບົດ​ອື່ນ