ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບອະດີດ ນາຍົກລັດຖະມົນຕີອັງກິດ

ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບອະດີດ ນາຍົກລັດຖະມົນຕີອັງກິດ - ảnh 1
ທ່ານລັດຖະມົນຕີ​ການ​ຕ່າ​ງປະ​ເທດ ຟ້າ​ມບິ່ງມິ​ງ
ຕ້ອນຮັບອະດີດ​ນາຍົກລັດຖະມົນຕີສະຫະພັນ​ລາຊະ​ອານາຈັກ​ອັງກິດ
(ພາບ: m.go.vn)


(vovworld) -     ນັບ​ແຕ່​ວັນ​ທີ 18 – 19/03, ອະດີດ​ນາຍົກລັດຖະມົນຕີສະຫະພັນ​ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜືອ Tony Blair ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ທ່ານ Tony Blair ​ໃນ​ຕອນ​ເຊົ້າ​ວັນ​ທີ 19/03, ທ່ານລັດຖະມົນຕີ​ການ​ຕ່າ​ງປະ​ເທດ ຟ້າ​ມບິ່ງມິ​ງ ຕີ​ລາຄາ​ສູງ​ບົດບາດ​ອັນ​ຕັ້ງໜ້າ ​ແລະ ​ເຈດ​ຕະນາ​ດີ​ຂອງ​ທ່ານ Tony Blair ​ໃນ​ການ​ໜູ​ນຊ່ວຍ ​ແລະ ຮ່ວມ​ມື​ກັບ​ຫວຽດນາມ, ​ໃນ​ນັ້ນ, ມີ​ເລື່ອງ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ໃຫ້​ຄຳ​ປຶກສາ, ໜູນ​ຊ່ວຍ​ຂອງ​ຫ້ອງການ Tony Blair (OTB) ທີ່​ມີ​ຕໍ່​ບັນດາ​ອົງການ​ຂອງ​ຫວຽດນາມ. ທ່ານລັດຖະມົນຕີ​ການ​ຕ່າ​ງປະ​ເທດ ຟ້າ​ມບິ່ງມິ​ງ ​ແລະ ທ່ານ Tony Blair ຕີ​ລາຄາ​ສູງ​ເລື່ອງ ບັນດາ​ອົງການ​ຂອງ​ຫວຽດນາມ ​ແລະ ຫ້ອງການ OTB ​ໄດ້​ຮີບ​ເຮັ່ງ​ກໍ່ສ້າງ ​ແລະ ວາງ​ທິດ​ທາງ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃຫ້​ຄຳ​ປຶກສາ, ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ, ດຶງ​ດູດການ​ລົງທຶນ​ຈາກ​ຕ່າງປະ​ເທດ, ຄູ່​ຮ່ວມ​ມື​ພາກ​ລັດ ​ແລະ ພາກ​ເອກະ​ຊົນ; ໜູນ​ຊ່ວຍ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ສັງຄົມ, ພາກ​ເອກະ​ຊົນ, ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​, ​ເຊື່ອມ​ໂຍ​ງ​ເຂົ້າກັບສາກົນ​ຂອງ​ຫວຽດນາມ. ທ່ານ​ລັດຖະມົນຕີ ຟ້າ​ມບິ່ງມິ​ງ ຕີ​ລາຄາ​ວ່າ ບັນດາ​ທິດ​ທາງ​ດັ່ງກ່າວ​ແມ່ນ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຫວຽດນາມ ​ໃນ​ວິວັດ​ແຫ່ງ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ​ຫັນປ່ຽນ​ຮູບ​​ແບບ​ເຕີບ​ໂຕ​ໃນ​ປະຈຸ​ບັນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ເປັນ​ເອກະ​ພາບ ​ແລະ ​ຫັນ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ເປັນ​ລະອຽດ.

ຂ່າວ/ບົດ​ອື່ນ