ລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ ຢ້ຽມຢາມ ມຽນມ້າ

ລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ ຢ້ຽມຢາມ ມຽນມ້າ - ảnh 1
ທ່ານລັດຖະມົນຕີການຕ່າງປະເທດ
ຟ້າມບິນມິນ

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີ​ນຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມ້ຽນ​ມາ Wunna Maung Lwin, ວັນ​ທີ 12/3, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິນ​ມິນ ​​ໄດ້ໄປ​ຢ້ຽມຢາມ​ມຽນມ້າ ​ຢ່າງ​ເປັນ​ທາງ​ການ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ມຽນມ້າ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ປະທານາທິບໍດີ Thein Sein, ​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດມຽນມ້າ Wunna Maung Lwin. ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ, ທ່ານ​ປະທານາທິບໍດີ Thein Sein ​ໄດ້​ເຫັນ​ດີ​ເປັນ​ເອກະສັນກັນ​ວ່າ: 2 ປະ​ເທດ​ຈະ​ສືບ​ຕໍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ພົວພັນ 2 ຝ່າຍ ກໍ​ຄື​ໃນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງທັງ 2 ຝ່າຍ​ຕ່າງ​​ມີ​ຄວາມ​ສົນ​ໃຈ. ທີ່​ການ​ເຈລະຈາ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ທ່ານ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນຈະຈັດ​ຕັ້ງ​ກອງ​ປະຊຸມອະນຸ​ກຳມະການການ​ຄ້າ​ຄັ້ງ​ທີ 6 ລະຫວ່າງ 2 ປະ​ເທດ, ຈັດ​ຕັ້ງ​ງານ​ຕະຫຼາດນັດ​ຕ່າງໆ, ງານ​ວາງສະ​ແດງ​ສິນຄ້າ​ຫວຽດນາມ​ຢູ່​ມຽນມ້າ. ຫວຽດນາມ​ສະໜັບສະໜູນ​ມຽນມ້າ ​ເປັນ​ປະທານ​ອາຊຽນ​ໃນ​ປີ 2014. 2 ຝ່າຍ​ແບ່ງປັນ​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ພິພາດ​ກັນ​ດ້ວຍ​ສັນຕິ​ວິທີ, ປະຕິບັດ​ກົດໝາຍ​ສາກົນ, ປະຕິບັດ​ຖະ​ແລງ​ການ​ກ່ຽວກັບ​ການ​ປະພຶດ​ຕໍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ. ມຸ້ງ​ໄປ​ເຖິງ​ການ​ສ້າງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ