ລັດຖະມົນຕີການຕ່າງປະເທດຈີນຢ້ຽມຢາມຕາເວັນອອກສ່ຽງໃຕ້

ລັດຖະມົນຕີການຕ່າງປະເທດຈີນຢ້ຽມຢາມຕາເວັນອອກສ່ຽງໃຕ້ - ảnh 1
ທ່ານ​ຫວາງ​ອີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ແລະ ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍີ່​ງຣັກ ຊີ​ນະ​ວັດ
ພາບ:internet


(vovworld) -ວັນ​ທີ 1/5, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ທ່ານ​ຫວາງ​ອີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ພວມ​ຢ້ຽມຢາມ​ໄທ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍີ່​ງຣັກ ຊີ​ນະ​ວັດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ນາຍົກລັດ​ຖະມົນຕີ​ໄທ ​ໄດ້​ຢືນຢັນ​ວ່າ: ບາງ​ກອກ ພ້ອມ​ແລ້ວ​ເພີ່​ມພູນ​ຄູນ​ສ້າງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ ປັກ​ກີ່​ງ ຜ່ານ​ການ​ເພີ່ມ​ທະວີ​ຊ່ອງ​ພົວພັນ​ຕິດ​ຕໍ່​ດ້ານ​ການ​ເມືອງ ​ແລະ ຮັກສາ​ທ່າ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ສອງ​ຝ່າຍ. ທ່າ​ນລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ຫວາງ​ອີ ​ໄດ້​ຢືນຢັນ​ວ່າ: ຄະນະ​ການ​ນຳ​ໃຫມ່​ຂອງ​ຈີນ ຈະ​ສືບ​ຕໍ່​ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ໄທ ​ແລະ ​ຫັນ​ການ​ພົວພັນ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ກຳລັງ​ຫນູນ​ຊຸກຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ທ່ານ​ຫວາງ​ອີ ກໍ​ສະ​ແດງ​ຄວາມ​ປາດ​ຖະຫນາ​ວ່າ ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກວ່າ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

​ໄທ​​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ຢ້ຽມຢາມ 3 ປະ​ເທດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄື: ​ໄທ, ອິນ​ໂດ​ເນ​ເຊຍ,​ ສິງກະ​ໂປ ​ແລະ ບຣູ​ໄນ​ ​​ເປັນ​ເວລາ 6 ມື້​ຂອງ​ທ່ານ​ ຫວາງ​ອີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ.

 

 

ຂ່າວ/ບົດ​ອື່ນ