ລັດຖະມົນຕີການຕ່າງປະເທດຍີ່ປຸ່ນຈະມາຢ້ຽມຢາມຫວຽດນາມນັບແຕ່ວັນທີ 05 ມັງກອນ

(VOVWORLD) -ວັນທີ 05 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Toshimitsu Motegi ຈະເລີ່ມຕົ້ນການເດີນທາງຢ້ຽມຢາມ 4 ປະເທດອາຊີຕາເວັນອອກສ່ຽງໃຕ້, ລວມມີ ຫວຽດນາມ, ໄທ, ຟີລິບປິນ ແລະ ອິນໂດເນເຊຍ.

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນຈະມາຢ້ຽມຢາມຫວຽດນາມນັບແຕ່ວັນທີ 05 ມັງກອນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Toshimitsu Motegi

(ພາບປະກອບ: nikkei.com)

ເຈົ້າໜ້າທີ່ການຕ່າງປະເທດຍີ່ປຸ່ນ ທ່ານໜຶ່ງໃຫ້ຮູ້ວ່າ, ຈຸດປະສົງຂອງການຢ້ຽມຢາມຫວຽດນາມ ໃນຄັ້ງນີ້ຂອງທ່ານລັດຖະມົນຕີການຕ່າງປະເທດ Toshimitsu Motegi ແມ່ນເພື່ອແນໃສ່ເພີ່ມທະວີການສົມທົບ ແລະ ຮ່ວມມືລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ຊຸກຍູ້ການພົວພັນດ້ານເສດຖະກິດ 2 ຝ່າຍກັບຫວຽດນາມ, ໃນນັ້ນມີບັນຫາຍີ່ປຸ່ນ ຮັບເອົາແຮງງານຕ່າງປະເທດ. ການຢ້ຽມຢາມກໍ່ເພື່ອແນໃສ່ຢັ້ງຢັນການສົມທົບກັນ ແລະ ຮ່ວມມືຂອງຍີ່ປຸ່ນ ກັບຫວຽດນາມ ກ່ຽວກັບການຮັກສາ ແລະ ເພີ່ມທະວີຄວາມເຂັ້ມແຂງຂອງພາກພື້ນອິນເດຍ - ປາຊີຟິກ ເສລີ ແລະ ເປີດປະຕູ. ຄາດວ່າ, ທ່ານລັດຖະມົນຕີການຕ່າງປະເທດ Toshimitsu Motegi ຈະຢ້ຽມຢາມຫວຽດນາມໃນລະຫວ່າງວັນທີ 05 – 07 ມັງກອນ 2020.

ຕອບກັບ

ຂ່າວ/ບົດ​ອື່ນ