ລັດຖະມົນຕີການຕ່າງປະເທດຫວຽດນາມຕອບຄຳຖາມກ່ຽວຂ້ອງເຖິງ ປະຊາຄົມອາຊຽນ

ລັດຖະມົນຕີການຕ່າງປະເທດຫວຽດນາມຕອບຄຳຖາມກ່ຽວຂ້ອງເຖິງ ປະຊາຄົມອາຊຽນ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີ​ງ
ພາບ: vov


(vovworld)- ​ ວັນ​ທີ 1/9, ​ໃນ​ລາຍການ“ປະຊາຊົນ​ຖາມ - ລັດຖະມົນຕີ​ຕອບ”, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີ​ງ ສຸມ​ໃສ່​ຕອບ​ຄຳ​ຖາມ​ກ່ຽວ​ກັບ“ປະຊາ​ຄົມ ອາ​ຊຽນ” ​ແລະ ​ເລື່ອງ​ສ້າ​ງຕັ້ງ​ປະຊາ​ຄົມ​ນີ້​ຈະ​ມີ​ການ​ກະທົບ​ແນວ​ໃດ​ເຖິງ​ປະຊາຊົນ​ແຕ່ລະຄົນ ​ແລະ ວິ​ສາ​ຫະກິດ​ພາຍ​ໃນ​ພາກ​ພື້ນ​ເວົ້າ​ລວມ ກໍ​ຄື​ຢູ່​ຫວຽດນາມ​ເວົ້າ​ສະ​ເພາະ. ຕາມ​ທ່ານ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີ​ງ​ແລ້ວ, ປະຊາ​ຄົມ​ອາ​ຊຽນ​ໂດຍ​ອີງ​ໃສ່ 3 ​ເສົາ​ຄ້ຳ​ຄື: ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ​ສັງຄົມ. ​ໃນ​ປະ​ຊາ​ຄົມ: ການ​ເມືອງ - ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ວັດທະນະທຳ-​ສັງຄົມ. ​ໃນ​ປະຊາ​ຄົມ ອາ​ຊຽນ ​ເພີ່​ມທະວີ​ກ່ຽວ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ການ​ພົວພັນ​ມິດຕະພາບ ຈະ​ໄດ້​ຮັບປະກັນ​ສະພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ປະຊາຊົນ​ແຕ່ລະ​ປະ​ເທດ​ລ້ວນ​ແຕ່​​ເຫັນ​ໄດ້​ວ່າ ຕົນ​​ເອງ​ດຳລົງ​ຊີວິດ​ໃນ​ປະຊາ​ຄົມ​ທີ​່ມີ​ສາຍ​ພົວພັນ​ມິດຕະພາບ​ລະ​ຫວ່າງ​ບັນດາ​ປະ​ເທດ​ນຳ​ກັນ,​ ບໍ່​ພຽງ​ແຕ່​ບັນດາ​ປະ​ເທດ​ໃນ​ປະຊາ​ຄົມ​ອາ​ຊຽນ ​​ແລະ ລະຫວ່າງ​ປະຊາຊົນ​ອາ​ຊຽນກັບ​ບັນດາ​ປະ​ເທດ​ພາຍ​ນອກ. ກ່ຽວ​ກັບ​ເສດຖະກິດ ປະຊາຊົນ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍດຫລາຍ​ຢ່າງ ຖ້າ​ຫາກ​ບັນລຸ​ໄດ້​ບັນດາ​ຈຸດໝາຍ​ເສດຖະກິດ​ໃນ​ອາ​ຊຽນ. ພິ​ເສດ​ສຳລັບ​ບັນດາ​ວິ​ສາ​ຫະກິດ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫລາຍ​ຢ່າງ​ກວ່າ ຍ້ອນ​ມີ​ບັນດາມາດ​ຕະການ​ຄື: ການ​ຄ້າ​ເສລີ, ການ​ລົງທຶນ​ສະດວກ, ນັບ​ທັງ ມາດ​ຕະການ​ຮັບ​ຮູ້​ບັນດາ​ຂົງ​ເຂດ​ກ່ຽວ​ກັບ​ມາດຖານ, ຄຸນ​ນະພາ​ບສິນຄ້າ.

ຂ່າວ/ບົດ​ອື່ນ