(vovworld) - ວັນທີ 25/11, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ໄດ້ກ່າວເຕື່ອນວ່າ ການປະທະກັນລະຫວ່າງອິດສະຣາແອນ ແລະ ປາແລັດສະຕິນ “ພວມຢູ່ໃນໄລຍະເຄັ່ງຮ້ອນ” ແລະ ອາດຈະປີນຂັ້ນໄດເຖິງລະດັບ “ບໍ່ສາມາດແກ້ໄຂໄດ້” ຖ້າຫາກ 2 ຝ່າຍບໍ່ປະນີປະນອມໂດຍໄວ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນ Boston ພາຍຫຼັງສິ້ນສຸດການຢ້ຽມຢາມຕາເວັນອອກກາງ. ທ່ານລັດຖະມົນຕີການຕ່າງປະເທດ John Kerry ໃຫ້ຮູ້ວ່າ, ອາເມລິກາ ມີຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງ ກໍຄືການປະທະກັນໃນປະຈຸບັນ ໄດ້ລື່ນກາຍລະດັບການຄວບຄຸມ. ຫົວໜ້າຂະແໜງການຕ່າງທູດເມລິກາ ຖືວ່າ, ປະຈຸບັນພວມແມ່ນໄລຍະເຄັ່ງຮ້ອນເຊິ່ງ 2 ຝ່າຍຕ້ອງຍົກອອກບັນດາຂໍ້ຕົກລົງສຳຄັນໃຫ້ແກ່ອະນາຄົດ ແລະ ຫວັງວ່າ, ບັນດາການເລືອກເຟັ້ນຂອງ 2 ຝ່າຍຈະຊຸກຍູ້ແງ່ຫວັງສັນຕິພາບອັນຍາວນານໃຫ້ພາກພື້ນ.