(vovworld) - ຄະນະຜູ້ແທນການທະຫານຂັ້ນສູງສະຫະພັນລັດເຊຍ ໂດຍພົນເອກ Sergei Shoigu, ລັດຖະມົນຕີປ້ອງກັນປະເທດ ນຳໜ້າໄດ້ມາຢ້ຽມຢາມສັນຕະວະໄມຕີ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 4 – 5/3, ຕາມຄຳເຊື້ອເຊີນຂອງພົນເອກ ຟຸ່ງກວາງແທງ, ລັດຖະມົນຕີປ້ອງກັນປະເທດ ຫວຽດນາມ. ການຢ້ຽມຢາມ ຄັ້ງນີ້ຂອງທ່ານ ພົນເອກ Sergei Shoigu, ລັດຖະມົນຕີປ້ອງກັນປະເທດ ລັດເຊຍປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ພັດທະນາການຮ່ວມມືຍາວນານ, ໝັ້ນຄົງໃນຂົງເຂດການທະຫານ ແລະ ເຕັກນິກການທະຫານ, ນຳການພົວພັນດ້ານປ້ອງກັນຊາດລະຫວ່າງ 2 ປະເທດ ໃຫ້ກ່າວຂຶ້ນສູ່ລະດັບສູງໃໝ່, ແທດຈິງ ແລະ ເໝາະສົມກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ທົດທຽມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ໃນໄລຍະຢູ່ ຢ້ຽມຢາມ ຫວຽດນາມ, ພົນເອກ Sergei Shoigu ໄດ້ວາງພວງມາລາຢູ່ອະນຸສາວະລີບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ເຂົ້າສຸສານ ໄຫວ້ອາໄລປະທານ ໂຮ່ຈີມິນ, ເຈລະຈາ ກັບລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟຸ່ງກວາງແທງ, ເຂົ້າຢ້ຽມຂຳ່ນັບປະທານປະເທດຫວຽດນາມ ເຈືອງເຕີນຊາງ, ຢ້ຽມຢາມສູນເຂດຮ້ອນ ຫວຽດນາມ - ລັດເຊຍ ແລະ ກອງທັບເຮືອເຂດ 4.