ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ
John Kerry
(ພາບ: Reuters)
|
(vovworld) – ວັນທີ 31/5, ພາຍຫຼັງຖືກອຸບັດຕິເຫດຢູ່ ຝຣັ່ງ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ John Kerry ຕ້ອງຫລຸດຜ່ອນເວລາປະຕິບັດງານຢູ່ ເອີລົບ ແລະ ກະກຽມກັບເມືອ ອາເມລິກາ ເພື່ອປິ່ນປົວ. ປະຈຸບັນ, ອາການສຸຂະພາບຂອງທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ເປັນປົກກະຕິ. ທ່ານ John Kerry ກັບເມືອ Boston, ລັດ Massachusetts, ປະເທດ ອາເມລິກາ ໃນວັນທີ 31/5 ແລະ ປິ່ນປົວຢູ່ ໂຮງໝໍສັງລວມ Massachusetts. ຕາມແຜນການໃນເບື້ອງຕົ້ນແລ້ວ, ວັນທີ 31/5, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ໄປຍັງນະຄອນຫຼວງ Madrid ຂອງ ປອກຕູຍການ ເພື່ອເຂົ້າຢ້ຽມຂ່ຳນັບເຈົ້າຊີວິດ ແລະ ນາຍົກລັດຖະມົນຕີປະເທດນີ້ ກ່ອນທີ່ໄປຍັງ ປາຣີ ເພື່ອເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບສະພາບການປະທະກັນຢູ່ ຊີຣີ ກໍ່ຄືບັ້ນຮົບຕ້ານອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ. ທ່ານ John Kerry ຍັງເຂົ້າຮ່ວມກອງປະຊຸມຢູ່ ປາຣີ ໂດຍທາງອ້ອມ.