ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງລົງພົບປະກັບຜູ້ມີສິດເລືອກຕັ້ງນິງບີ່ງ
(ພາບປະກອບ)
(vovworld) – ຕອນບ່າຍວັນທີ 3/12, ທ່ານພົນເອກ ເຈີ່ນດ້າຍກວາງ, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງຕຳຫຼວດ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດ ແຂວງ ນິງບີ່ງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ນິງບີ່ງ. ຜູ້ມີສິດເລືອກຕັ້ງຢູ່ນະຄອນ ນິງບີ່ງ ຢັ້ງຢືນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ແມ່ນກອງປະຊຸມໄດ້ສ້າງຄວາມປະທັບໃຈອັນດີງາມຫຼາຍຢ່າງສຳລັບປະຊາຊົນ. ຜູ້ມີສິດເລືອກຕັ້ງສະເໜີໃຫ້ພັກ, ລັດ ພິຈາລະນາ ແລະ ອະນຸມັດຜ່ານແຜນສັງລວມມີລັກສະນະຍຸດທະສາດກ່ຽວກັບການພັດທະນາເສດຖະກິດ - ສັງຄົມໃຫ້ແຕ່ລະທ້ອງຖີ່ນ, ແຕ່ລະເຂດໂດຍລະອຽດ, ແທດເໝາະກັບການບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານ. ທ່ານພົນເອກ ເຈີ່ນດ້າຍກວາງ ຊີແຈ້ງບາງບັນຫາທີ່ຜູ້ແທນບາງຄົນຍົກອອກມາ, ແລກປ່ຽນຕື່ມກັບຜູ້ມີສິດເລືອກຕັ້ງກ່ຽວກັບສະພາບການພາຍໃນປະເທດໃນປີ 2014, ສະພາບການໂລກ ແລະ ພາກພື້ນ.