ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມຢ້ຽມຢາມລາວ

ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມຢ້ຽມຢາມລາວ - ảnh 1
ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມຢ້ຽມຢາມລາວ
(ພາບ: TTXVN)


(vovworld) -​ ການ​ຢ້ຽມ​ຢາມ​ລາວ​ ຂອງ​ລັດ​ຖະ​ມົນ​ຕີ​​ວ່າ​ການກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ຖືກ​ດຳ​ເນີນ​ໄປ​ໃນ​ລະ​ຫວ່າງວັນ​ທີ 25 – 26/12, ຕາມ​ຄຳ​ເຊີ​ນ​ຂອງ​ທ່ານ ແສງນວນ ໄຊ​ຍະ​ລາດ, ເລ​ຂາ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕ​ິ​ວັດ​ລາວ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ. ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບໃນ​ຕອນ​ບ່າຍ​ວັນ​ທີ 25/12, ຄະ​ນະ​ຜູ້​ແທນ​​​ການທະ​ຫານຂັ້ນ​ສ​ູງ​ຫວຽດ​ນາມ, ໂດຍ​ພົນ​ເອກ ຟຸງກວາງ​ແທງ ນຳ​ໜ້າ, ໄ​ດ້​ມີ​ການ​ເຈ​ລະ​ຈ​າ​ກັບ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ລາວ, ໂດຍ​ພົນ​ໂທ ແສງນວນ ໄຊ​ຍະ​ລາດ ນຳ​ໜ້າ. ​ທີ່​ການ​ເຈ​ລະ​ຈາ, ພົນ​ໂທ ແສງນວນ ໄຊ​ຍະ​ລາດ ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມ​ຢາມຈະ​ປະ​ກອບ​ສ່ວ​ນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາ​ບ​ທີ່​ເປັນ​ມ​ູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ - ລາວ ຈະ​ນັບ​ມື້​ນັບ​ແຕກດອກ​ອອກ​ຜົນ​ກວ່າ. ສ່ວນ​ພົນ​ເອກ ຟຸງກວາງ​ແທງ ຢືນ​ຢັນ​ວ່າ, ພັກ, ລັດ, ປະ​ຊາ​ຊົນ ແລະ ກອງ​ທັບ​ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ​ການຊ່ວຍ​ເຫຼືອ​ເຊິ່ງ​ກັນ​ລະ​ຫວ່າງກອງ​ທັບ ແລະ ປະ​ຊ​ົນ 2 ປະ​ເທດ. ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ; ຮ່ວມ​ມື​ກ່ຽວ​ກັບ​ວຽກ​ງານ​ພັກ, ວຽກ​ງານ​ການ​ເມືອງ; ບ​ຳ​ລຸງ​ສ້າງ; ແລກ​ປ່ຽນ​ບົດ​ຮຽນ​ໃນ​ການກໍ່​ສ້າງກອງ​ທັບ; ຊຸ​ກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄ​ອງ, ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ…

ຂ່າວ/ບົດ​ອື່ນ