ລັດເຊຍ ກ່າວຫາຝ່າຍຕາເວັນຕົກ ກີດຂວາງການກະທຳຂອງສະຫະປະຊາຊາດສຳລັບຊີຣີ

ລັດເຊຍ ກ່າວຫາຝ່າຍຕາເວັນຕົກ ກີດຂວາງການກະທຳຂອງສະຫະປະຊາຊາດສຳລັບຊີຣີ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 28/9, ລັດ​ເຊຍ ​ໄດ້ກ່າວ​ຫາຝ່າຍ​ຕາ​ເວັນ​ຕົກ ກີດຂວາງ​ການ​ກະທຳ​ຂອງ​ສະຫະ​ປະຊາ​ຊາດ​ສຳລັບຊີຣີ. ກ່າວ​ຄຳ​ເຫັນ​ທີ່ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຢູ່ນິວຢອກ, ປະ​ເທດອາ​ເມ​ລິ​ກາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ໄດ້​ຢືນຢັນ​ວ່າ ​ເລື່ອງ​ຝ່າຍ​ຕາ​ເວັນ​ຕົກ ບໍ່​ປະຕິບັດ​ສັນຍາ Geneva ກ່ຽວ​ກັບ​ຊີຣີ ​​ໄດ້​ພາ​ໄປ​ເຖິງ​​ເລື່ອງ​ກິດ​ຂວາງ​ບາງ​ມາດ​ຕະການ​​ແກ້​ໄຂໃຫ້​ວິ​ກິດ​ການ​ທີ່​ແກ່ຍາວ​ເປັນ​ເວລາ 18 ​ເດືອນ​ຜ່ານ​ມາ​ຢູ່​ປະ​ເທດ​ນີ້. ຕາມ​ທ່ານ Sergei Lavrov ​ແລ້ວ, ລັດ​ເຊຍ ​ໄດ້​ຮຽກຮ້ອງ​ປະຊາ​ຄົມ​ໂລກບັງຄັບ​ໃຫ້​ລັດຖະບານ​ຊີຣີ ​ແລະ ຝ່າຍ​ຄ້ານ ຢຸດຕິ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ ແລະ ຈັດ​ການ​ເຈລະຈາ​ນຳ​ກັນ. ກົງກັນ​ຄ້ານ, ອາ​ເມ​ລິ​ກາ ​ແລະ ບັນດາ​ຝ່າຍ​ຕາ​ເວັນ​ຕົກ ສືບ​ຕໍ່​ຮັດ​ແໜ້ນ​ມາດ​ຕະການ​ລົງ​ໂທດ​ຕ່າງໆ, ພ້ອມທັງ​ສົ່ງ​ເສີມ​ຝ່າຍ​ຄ້ານ​ຕໍ່​ສູ້​​​ເພື່ອໂຄ່ນ​ລົ້ມ​ຄະນະ​ຊີ້​ນຳ​ຊີຣີ ​ແລະ ສິ່ງ​ນີ້​ຍິ່ງ​ເຮັດ​ໃຫ້​ວິ​ກິດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ປະ​ເທດ​ນີ້ ນັບ​ມື​ນັບ​ຕົກ​ເຂົ້າ​ສູ່​ສະພາບ​​ບໍ່​ມີ​ທາງ​ອອກ.

ຂ່າວ/ບົດ​ອື່ນ