ລັດເຊຍ ກ່າວເຕືອນໂຕ້ຕອບບັນດາມາດຕະການລົງໂທດຂອງ ອາເມລິກາ ຢ່າງເຂັ້ມງວດ

(VOVWORLD) - ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ບັນດານະໂຍບາຍຂອງ ວໍຊິງຕັນ ແມ່ນບໍ່ເໝາະສົມ ແລະ ຍົກເລີກການຮ່ວມມືດ້ານເສດຖະກິດນັ້ນແມ່ນ, ກໍ່ຄວາມເສຍຫາຍໃຫ້ປະເທດ ອາເມລິກາ ເອງ

ວັນທີ 6 ເມສາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກແຈ້ງການໂດຍເນັ້ນໜັກວ່າ: ມົດສະກູ ຈະໂຕ້ຕອບບັນດາມາດຕະການລົງໂທດຂອງ ອາເມລິກາ ຢ່າງເຂັ້ມງວດ. ແຈ້ງການນີ້ໄດ້ເອົາລົງໃນແວບໄຊທາງການຂອງກະຊວງການຕ່າງປະເທດ ລັດເຊຍ ໄດ້ຊີ້ແຈ້ງວ່າ: “ນັບແຕ່ປີ 2011 ມາຮອດປະຈຸບັນ, ປະລິມານຄວາມມານະພະຍາຍາມຂອງ ອາເມລິກາ ທີ່ວ່າຄວາມກົດດັນກັບ ລັດເຊຍ ດ້ວຍບັນດາມາດຕະການລົງໂທດໄດ້ລື່ນກາຍຕົວເລກ 50, ເຖິງວ່າບັນດາມາດຕະການລົງໂທດ ໂດຍ ອາເມລິກາ ຈັດວາງ ເພື່ອຕ້ານລັດເຊຍ ໃນໄລຍະຜ່ານມາບໍ່ບັນລຸໄດ້ໝາກຜົນໃດໆກໍ່ຕາມ”. ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ບັນດານະໂຍບາຍຂອງ ວໍຊິງຕັນ ແມ່ນບໍ່ເໝາະສົມ ແລະ ຍົກເລີກການຮ່ວມມືດ້ານເສດຖະກິດນັ້ນແມ່ນ, ກໍ່ຄວາມເສຍຫາຍໃຫ້ປະເທດ ອາເມລິກາ ເອງ. ກະຊວງການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ: ບໍ່ມີບໍ່ວ່າມາດຕະການກໍ່ຄວາມກົດດັນໃດໆ  ອາດສາມາດເຮັດໃຫ້ ລັດເຊຍ ປະລະນະໂຍບາຍໄດ້ເລືອກເຟັ້ນແລ້ວ, ພ້ອມທັງກ່າວເຕືອນວ່າ ຈະໂຕ້ຕອບບໍ່ວ່າການກະທຳເກາະຜິດໃດຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ