ລັດເຊຍ ປາດຖະໜາຢາກໃຫ້ກອງທັບຕ່າງປະເທດທັງໝົດຖອນຕົວອອກຈາກ ຊີຣີ

(VOVWORLD) - ບັນດາຝ່າຍທີ່ກ່ຽວຂ້ອງໃນການປະທະກັນຢູ່ຊີຣີ ຄວນຮັບປະກັນວ່າ: ພົນທະຫານຕ່າງປະເທດທັງໝົດຕ້ອງຖອນຕົວອອກຈາກປະເທດ ຕາເວັນອອກກາງນີ້ ພາຍຫຼັງລັດທິກໍ່ການຮ້າຍຖືກດັບສູນຢ່າງສິ້ນເຊີງ

ລັດເຊຍ ປາດຖະໜາຢາກໃຫ້ກອງທັບຕ່າງປະເທດທັງໝົດຖອນຕົວອອກຈາກ ຊີຣີ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin

(ພາບ: AFP/TTXVN)

ວັນທີ 3 ຕຸລາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ມົດສະກູ ປາດຖະໜາຢາກໃຫ້ກຳລັງກອງທັບຕ່າງປະເທດທັງໝົດ, ເຊິ່ງລວມມີ: ກອງທັບ ລັດເຊຍ, ຈະຄ່ອຍໆຖອນຕົວອອກຈາກ ຊີຣີ. ກ່າວຄຳເຫັນທີ່ເວທີປາໄສພະລັງງານຢູ່ນະຄອນຫຼວງ ມົດສະກູ, ທ່ານປະທານາທິບໍດີ Vladimir Putin ໄດ້ເນັ້ນໜັກວ່າ: ບັນດາຝ່າຍທີ່ກ່ຽວຂ້ອງໃນການປະທະກັນຢູ່ຊີຣີ ຄວນຮັບປະກັນວ່າ: ພົນທະຫານຕ່າງປະເທດທັງໝົດຕ້ອງຖອນຕົວອອກຈາກປະເທດ ຕາເວັນອອກກາງນີ້ ພາຍຫຼັງລັດທິກໍ່ການຮ້າຍຖືກດັບສູນຢ່າງສິ້ນເຊີງ. ແນ່ນອນວ່າ, ລັດເຊຍ ກໍ່ນອນໃນຈຳນວນນັ້ນ ຖ້າຫາກວ່າ ລັດຖະບານ ຊີຣີ ຮັບຮອງເອົາຂໍ້ຕົກລົງຄືແນວນີ້. ທ່ານປະທານາທິບໍດີ ລັດເຊຍ ກໍ່ຕຳໜິຕິຕຽນການປະກົດຕົວຂອງພົນທະຫານ ອາເມລິກາ ຢູ່ ຊີຣີ ແມ່ນການກະທຳລະເມີດກົດບັດ ສປຊ. ຕາມທ່ານປະທານາທິບໍດີ Vladimir Putin ແລ້ວ, ອາເມລິກາ ມີສອງທາງເລືອກເພື່ອປັບປຸງສະພາບການ, ນັ້ນແມ່ນເກ້ຍກ່ອມ Damascus ໄດ້ຮັບອະນຸຍາດຢູ່ ຊີຣີ ຄືນໃໝ່ ຫຼື ໄດ້ຮັບການມອບສິດຈາກ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ