ການແຫ່ຂະບວນປະທ້ວງຢູ່ ຊີຣີ
ພາບ:baotintuc.vn
(vovworld) - ກ່າວຄຳເຫັນໃນວາລະປະຊຸມຂອງສະມັດຊາໃຫຍ່ ສປຊ ໃນວັນທີ 14/2, ທ່ານ Vitaly Churkin ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສປຊ ໃຫ້ຮູ້ວ່າ: ລັດເຊຍ ສະເຫນີວິວັດການ ລວມມີ 3 ບາດກ້າວຢ່າງລະອຽດ ເພື່ອແກ້ໄຂວິກິດການທີ່ແກ່ຍາວເກືອບ 11 ເດືອນຜ່ານມາ ຢູ່ ຊີຣີ. ທີຫນຶ່ງ, ສືບຕໍ່ພາລະກຳນັກສັງເກດການຂອງສະຫະພັນ ອາຣັບ ຢູ່ ຊີຣີ ພ້ອມທັງ ເພີ່ມທະວີຈຳນວນນັກສັງເກດການ ເພື່ອໃຫ້ເຂົາເຈົ້າມີຫນ້າຢູ່ບ່ອນເຄ່ັງຮ້ອນທຸກແຫ່ງ ແລະ ຕິດຕາມກວດກາຂໍ້ຕົກລົງຢຸດຍິງລະຫວ່າງສອງຝ່າຍ. ທີສອງ ຢຸດຕິການໃຊ້ຄວາມຮຸນແຮງຜ່ານການໂອ້ລົມສົນທະນາດ້ານການເມືອງ ລະຫວ່າງ ລັດຖະບານ ແລະ ຝ່າຍຄ້ານ ຢູ່ ຊີຣີ. ບາດກ້າວທີ 3 ແມ່ນຮັບຮອງເອົາລັດຖະທຳມະນູນສະບັບໃຫມ່ ຂອງ ຊີຣີ ເພື່ອເປັນພື້ນຖານໃຫ້ແກ່ການກະກຽມ ແລະ ດຳເນີນການເລືອກຕັ້ງທົ່ວປະເທດ ໂດຍມີການເຂົ້າຮ່ວມຂອງບັນດາຝ່າຍການເມືອງ.