ລັດເຊຍ ສະເໜີແຜນການໃໝ່ ເພື່ອແກ້ໄຂວິກິດການຢູ່ຊີຣີ

ລັດເຊຍ ສະເໜີແຜນການໃໝ່ ເພື່ອແກ້ໄຂວິກິດການຢູ່ຊີຣີ - ảnh 1
ທ່ານ​ປະທານາທິບໍດີ Bashar al Assad
(ພາບ: AFP)


(vovworld) -     ໜັງ​ສື່​ພິມລາຍ​ວັນ Al Ahram ຂອງ ອີ​ຍີບ ​ໄດ້​ຂັດ​ຄຳ​ເວົ້າ​ຂອງ​ການ​ນຳ​ຝ່າຍ​ຄ້ານ​ຊີຣີ ​ໂດຍ​ໃຫ້​ຮູ້​ວ່າ ລັດ​ເຊຍ ​ໄດ້​ຍົກ​ອອກ​ແຜນການໃໝ່ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຢູ່​ປະ​ເທດ​ນີ້. ​ຕາມ​ນັ້ນ​ແລ້ວ,​ ທ່ານ​ປະທານາທິບໍດີ Bashar al Assad ຈະ​ສືບ​ຕໍ່ກຳ​ສິດ​ອຳນາດ​​ຮອດ​ເວລາ​ທີ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ອາຍຸ​ການ​ໃໝ່ຖືກ​ຈັດ​ຂຶ້ນ​ໃນ​ປີ 2014. ​ແລະກໍ່ຕາມ​ແຫຼ່ງຂ່າວ​ດັ່ງກ່າວ, ລັດ​ເຊຍ ພວມ​ມານະ​ພະຍາຍາມ​ຊອກ​ຫາ​ວິທີ​ແກ້​ໄຂໃຫ້​ວິ​ກິດ​ການ​ປະຈຸ​ບັນ​ຢູ່​ຊີຣີ ຜ່ານ​ກາ​ນສ້າງ​ຕັ້ງ​ລັດຖະບານ​ໃໝ່ ​ເຊິ່ງລວມມີ​ບັນດາບຸກຄົນ​ຂອງ​ລະບອບກຳ​​ອຳນາດ​​ໃນປະ​ຈຸ​ບັນ ​ແລະ ຜູ້ຕາງໜ້າ​ຂອງ​ຝ່າຍ​ຄ້ານ. ​ໂດຍ​ລະອຽດແມ່ນ, ​ໃນ​ອຳນາດ​ການ​ປົກຄອງ​ໃໝ່, ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ແລະ ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ​ໂດຍ​ແມ່ນ​ຂຶ້ນ​ກັບ​ຝ່າຍ​ຂອງ​ທ່ານ Assad, ​ໃນ​ຂະ​ນະນັ້ນ ບັນ​ດາຝ່າຍ​ຄ້ານ​ຕ່າງໆ​ຮັກສາ​ທີ່​ນັ່ງທີ່​ຍັງ​ເຫຼືອ. ຂໍ້​ມູນ​ຂ່າວ​ດັ່ງກ່າວ​ຫາ​ກໍໄດ້​ຍົກ​ອອກ​ມາ​ພາຍຫຼັງທີ່​ທ່ານ Assad ອອກ​ຖະ​ແຫຼ​ງ​ໃນ​ຊ່ອງ​ໂທລະພາບ “Russia Today” ຂອງ​ລັດ​ເຊຍ ວ່າ ທ່ານ​ພຽງ​​ເຫັນ​ດີລາ​ອອກ​ຈາກ​ຕຳ​ແໜ່​ງ​ຜ່ານ​ການ​ເລືອກ​ຕັ້ງ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ