ລັດເຊຍກ່າວເຕືອນອາເມລິກາກ່ຽວກັບບັນດາມາດຕະການລົງໂທດກ່ຽວຂ້ອງເຖິງສປປ.ເກົາຫຼີ

(VOVWORLD) -ວັນທີ 16 ສິງຫາ, ກະຊວງການຕ່າງປະເທດລັດເຊຍ ໄດ້ກ່າວເຕືອນບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ ແນໃສ່ບຸກຄົນໜຶ່ງ ແລະ ບໍລິສັດຂອງລັດເຊຍ ກ່ຽວຂ້ອງເຖິງບັນ ຫາສປປ.ເກົາຫຼີ ອາດຈະກໍ່ຄວາມເສຍຫາຍເຖິງວິວັດທະນາການສັນຕິພາບໃນແຫຼມເກົາຫຼີ.

ໃນຖະແຫຼງການໜຶ່ງ, ກະຊວງການຕ່າງປະເທດລັດເຊຍ ຖືວ່າ, ວໍຊິງຕັນ “ບໍ່ສາມາດຮັບຮູ້ໄດ້” ເລື່ອງ “ກໍ່ຄວາມກົດດັນຢ່າງສຸດຂີດ” ສຳລັບພຽງຢາງ “ແມ່ນອາດຈະເກີດຄວາມອັນຕະລາຍ” ຄືແນວໃດ.

        ວັນທີ 15 ສິງຫາ, ອາເມລິກາ ໄດ້ຈັດວາງຄຳສັ່ງລົງໂທດຕໍ່ບາງອົງການດຳເນີນທຸລະກິດດ້ານບໍລິການທ່າກ່ຳປັ່ນຂອງລັດເຊຍ ພ້ອມກັບບັນດາບໍລິສັດຂອງຈີນ ຍ້ອນໄດ້ຊ່ວຍເຫຼືອກ່ຳປັ່ນຂອງສປປ.ເກົາຫຼີ ແລະ ຂາຍຢາສູບ, ເຫຼົ້າໃຫ້ພຽງຢາງ. ຖະແຫຼງການຂອງກະຊວງການຕ່າງປະເທດລັດເຊຍ ເນັ້ນນັກວ່າ, ຍຸດທະສາດຂອງອາເມລິກາ ໄດ້ລື່ນກາຍຂອບເຂດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ພ້ອມກັບຄະນະກຳມະການລົງໂທດ 1718 (ກ່ຽວຂ້ອງເຖິງສປປ.ເກົາຫຼີ), ອາດຈະກໍ່ຄວາມເສຍຫາຍເຖິງບັນດາວິວັດການທີ່ບັນລຸໄດ້ໃນໄລຍະມໍ່ໆມານີ້ເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ