ລັດເຊຍຄັດຄ້ານການຈັດວາງບັນດາມາດຈະການລົງໂທດໃໝ່ຕ້ານຊີຣີ

(VOVWORLD) -ຫວ່າງແລ້ວນີ້, ທູດພິເສດຂອງລັດຖະມົນຕີການຕ່າງປະເທດອາເມລິກາ ກ່ຽວກັບບັນຫາຊີຣີ ທ່ານ James Jeffrey ໃຫ້ຮູ້ວ່າ

ລັດເຊຍຄັດຄ້ານການຈັດວາງບັນດາມາດຈະການລົງໂທດໃໝ່ຕ້ານຊີຣີ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergei Vershinin

(ພາບປະກອບ: Vestnik Kavkaza)

ວໍຊິງຕັນ ອາດຈະຍົກອອກຂໍ້ສະເໜີຈັດວາງບັນດາຄຳສັ່ງລົງໂທດສາກົນທີ່ແຂງກະດ້າງກວ່າສຳລັບຊີຣີ ໃນກໍລະນີລັດຖະບານຂອງທ່ານປະທານາທິບໍດີ Bashar Assad ປະຕິເສດຮ່າງມະຕິກ່ຽວກັບການຮຽບຮຽງລັດຖະທຳມະນູນສະບັບໃໝ່. ຕໍ່ກັບຂໍ້ມູນຂ່າວດັ່ງກ່າວ, ວັນທີ 08 ຕຸລາ, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergei Vershinin ຖະແຫຼງວ່າ, ບັນດາມາດຕະການລົງໂທດໃໝ່ເພື່ອຕ້ານຊີຣີ, ເຊິ່ງອາເມລິກາ ພວມນາບຂູ່ຈັດວາງນັ້ນ, ບໍ່ຊ່ວຍຊຸກຍູ້ການແກ້ໄຂດ້ານການເມືອງ, ວິກິດການຢູ່ປະເທດຕາເວັນອອກກາງນີ້.

        ທ່ານຮອງລັດຖະມົນຕີ Vershinin ເນັ້ນໜັກວ່າ, ລັດເຊຍ ຍາມໃດກໍ່ຄັດຄ້ານບັນດາມາດຕະການລົງໂທດ, ຍ້ອນສິ່ງນັ້ນບໍ່ຊ່ວຍປະໂຫຍດຫຍັງໃນການແກ້ໄຂວິກິດການຢູ່ປະເທດຕາເວັນອອກກາງນີ້, ຫາກກົງກັນຂ້າມມັນໄດ້ກໍ່ຄວາມໜັກໜ່ວງຕໍ່ສາມັນຊົນເທົ່ານັ້ນ. ທ່ານ Vershinin ຢືນຢັນວ່າ, ບໍ່ມີຫຼັກຖານໃດທີ່ສົງໄສວ່າ Damascus ບໍ່ສົນໃຈເຖິງການເຄື່ອນໄຫວຂອງກຳມາທິການລັດຖະທຳມະນູນ ແລະ ວິວັດທະນາການແກ້ໄຂດ້ານການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ