ລັດເຊຍຈັດຕັ້ງພິທີສວນສະໜາມ 70 ປີແຫ່ງວັນໄຊຊະນະລັດທິຟາດຊິດຢູ່ຈັດຕຸລັດແດງ
ພິທີສວນສະໜາມ 70 ປີແຫ່ງວັນໄຊຊະນະລັດທິຟາດຊິດຢູ່ ຈັດຕຸລັດແດງ |
(vovworld)- ລັດເຊຍຈັດຕັ້ງພິທີສວນສະໜາມສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະລັດທິຟາດຊິດຢູ່ຈັດຕຸລັດແດງທີ່ນະຄອນຫຼວງມົດສະກູ. ນີ້ແມ່ນພິທີວສວນສະໜາມດ້ວຍຂອບຂະໜາດໃຫຍ່ກວ່າໝູ່ໃນປະຫວັດສາດລັດເຊຍ ຊຶ່ງເລີ່ມແຕ່ເວລາ 10 ໂມງ ຂອງວັນທີ 9/5 ຕາມເວລາທ້ອງຖິ່ນ. ປະທານາທິບໍດີລັດເຊຍ ປູຕິນ ພ້ອມກັບການນຳປະເທດຕ່າງໆປະມານ 30 ທ່ານ ແລະ ບັນດາຜູ້ນຳບັນດາອົງການສາກົນໄດ້ເປັນສັກຂີພິຍານພິທີສວນສະໜາມສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະລັດທິຟາດຊິດ ໂດຍພາຍໃຕ້ການບັນຊາຂອງພົນເອກ ໂອເລກ ຊາລູກົບ ຜູ້ບັນຊາການໃຫຍ່ບັນດາກຳລັງປະກອບອາວຸດລັດເຊຍ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ເຂົ້າຮ່ວມເຫດການດັ່ງກ່າວ. ກ່າວຄຳເຫັນທີ່ພິທີສວນສະໜາມທີ່ຈັດຕຸລັດແດງ, ທ່ານປະທານາທິບໍດີລັດເຊຍ ປູຕິນ ຢືນຢັນວ່າ :
“ ພວກເຮົາບໍ່ຄວນຫຼົງລືມທຸກສິ່ງທີ່ພາໃຫ້ເກີດສົງຄາມອັນນອງເລືອດ, ໄດ້ເຮັດໃຫ້ 80% ຈຳນວນປະຊາຊົນໃນທົ່ວໂລກຕ້ອງຕົກຢູ່ໃນສະພາບເຈັບປວດ. ໂຊຫວຽດນາມຕ້ອງແບກຫາບຢ່າງໜັກໜ່ວງທີ່ສຸດ ຍ້ອນບັນດາການບຸກໂຈມຕີຂອງສັດຕູໃນສົງຄາມນີ້. ”