(vovworld) - ຜູ້ຕາງໜ້າປະຈຳການຂອງລັດເຊຍ ຢູ່ ນາໂຕ, ທ່ານ Alexander Grushko ໃຫ້ຮູ້ວ່າ, ລັດເຊຍ ພ້ອມແລ້ວທີ່ຈະຟື້ນຟູບັນດາການພົວພັນດ້ານການທະຫານກັບນາໂຕ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງທີ່ຮ້າຍແຮງທີ່ສຸດໃນການພົວພັນລະຫວ່າງ 2 ຝ່າຍ ພາຍຫຼັງສົງຄາມເຢັນ ມາຮອດປະຈຸບັນ. ວັນທີ 26/12, ກ່າວຄຳເຫັນທີ່ການປະຊຸມຂ່າວໂດຍກົງທາງເຄືອຂ່າຍອິນເຕີແນັດ ໂດຍອົງການສຳນັກຂ່າວສານສາກົນ Rossiya Segodnya ຈັດຕັ້ງ, ທ່ານ Alexander Grushko ເນັ້ນໜັກວ່າ, ລັດເຊຍ ພວມຊັ່ງຊາຄວາມສາມາດດັ່ງກ່າວ ຖ້າຫາກບັນດາປະເທດສະມາຊິກຂອງ ນາໂຕ ຢາກປັບປຸງການພົວພັນດ້ານການທະຫານຢ່າງແທ້ຈິງ. ຖ້າຫາກບັນດາຜູ້ຕາງໜ້າຂັ້ນສູງສຳພັນທະມິດການທະຫານໂດຍອາເມລິກາ ນຳໜ້ານີ້ຢືນຢັນທັດສະນະດັ່ງກ່າວເປັນຫຼາຍຄັ້ງ, ລັດເຊຍ ຈະສ້າງຕັ້ງບັນດາການພົວພັນດ້ານການທະຫານທຳມະດາ.