ລັດເຊຍຢຸດການເຂົ້າຮ່ວມສະມັດຊາລັດຖະສະພາເອີລົບ

ລັດເຊຍຢຸດການເຂົ້າຮ່ວມສະມັດຊາລັດຖະສະພາເອີລົບ    - ảnh 1
(ພາບ​ປະ​ກອບ)

(vovworld)- ທ່ານ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ​ລັດ​ເຊຍ Alexei Pushkov ໄດ້​ຖະ​ແຫຼ​ງ​ເມື່ອ​ວັນ​ທີ 23/1 ວ່າ ລັດ​ເຊຍ​ຢຸດ​ການ​ເຂົ້າ​ຮ່ວມ​ສະ​ມັດ​ຊາ​ລັດ​ຖະ​ສະ​ພາ​ເອີ​ລົບນັບ​ແຕ່ນີ້​ຈົນ​ຮອດ​ໝົດ​ປີ 2015 ຖ້າ​ຫາກ​ຄຳ​ສັ່ງ​ລົງ​ໂທດ​ລັດ​ເຊຍ​ສືບ​ຕໍ່​ແກ່​ຍາວ. ໃນ​ຂະ​ນະ​ນັ້ນ, ປະ​ທານ​ສະ​ພາ​​ດູ​ມາແຫ່ງ​ຊາດລັດ​ເຊຍ ທ່ານ Sergei Naryskin ໄດ້​ຍອມ​ຮັບ​ວ່າ ປະ​ເທດນີ້ບໍ່​ເວັ້ນ​ເສຍ​ກໍ​ລະ​ນີ​ຢຸດ​ຕິ​ບົດ​ບາດ​ສະ​ມາ​ຊິກ​ໃນສະ​ມັດ​ຊາ​ລັດ​ຖະ​ສະ​ພາ​ເອີ​ລົບ ຖ້າ​ວ່າ​ໃນ​ປີນີ້, ທາງ​ສະ​ມັດ​ຊາບໍ່​ຟື້ນ​ຟູ​ບັນ​ດາ​ສິດ​ອັນ​ຖືກ​ຕ້ອງ​ຂອງ​ລັດ​ເຊຍ.

 

ຂ່າວ/ບົດ​ອື່ນ