ລັດເຊຍເປີດກວ້າງຖານທີ່ໝັ້ນກອງທັບອາກາດຢູ່ຊີຣີ

(VOVWORLD) -ວັນທີ 26 ກັນຍາ, ສື່ມວນຊົນລັດເຊຍ ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ໂດຍບໍ່ເຜີຍຊື່ຂຶ້ນກັບກະຊວງປ້ອງກັນປະເທດຂອງປະເທດນີ້ໂດຍໃຫ້ຮູ້ວ່າ

ລັດເຊຍເປີດກວ້າງຖານທີ່ໝັ້ນກອງທັບອາກາດຢູ່ຊີຣີ - ảnh 1ລັດເຊຍເປີດກວ້າງຖານທີ່ໝັ້ນກອງທັບອາກາດຢູ່ຊີຣີ

(ພາບປະກອບ: AFP/TTXVN)

ມົດສະກູ ພວມເປີດກ້ວາງຖານທີ່ໝັ້ນກອງທັບອາກາດ Hmeimim ຢູ່ຊີຣີ ແລະ ຍົກລະດັບລານບິນທີ 2 ເພື່ອແນໃສ່ສ້າງເງື່ອນໄຂໃຫ້ຮາກຖານນີ້ຮັບໃຊ້ເຮືອບິນໄດ້ຫຼາຍກວ່າ. ຕາມເຈົ້າໜ້າທີ່ຜູ້ດັ່ງກ່າວແລ້ວ, ລັດເຊຍ ກໍ່ໄດ້ກໍ່ສ້າງບັນດາເຮືອນອາຄານໃໝ່ຫຼາຍຫຼັງຕື່ມອີກ ເພື່ອບັນຈຸເຮືອບິນຢູ່ຖານທີ່ໝັ້ນນີ້, ພ້ອມທັງຈະປົກປ້ອງບັນດາເຮືອບິນຂອງປະເທດນີ້ ຕໍ່ໜ້າບັນດາການບຸກໂຈມຕີຈາກເຮືອບິນບໍ່ມີຄົນຂັບ. ປະຈຸບັນ, ມີເຮືອບິນສູ້ຮົບ ແລະ ເຮືອບິນເອລີກອບແຕຂອງລັດເຊຍ 30 ລຳ ພວມໄດ້ຮັບການຜັນຂະຫຍາຍຢູ່ຖານທີ່ໝັ້ນ Hmeimim.

ຕອບກັບ

ຂ່າວ/ບົດ​ອື່ນ